ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຳມະນາ ຫົວຂໍ້ ຍົກສູງປະສິດທິພາບໃນວຽກງານຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ຂອງກະຊວງການຕ່າງປະເທດ ແລະ ຂະແໜງການຕ່າງປະເທດ

Apr 29, 2025

ໃນລະຫວ່າງວັນທີ 28-29 ເມສາ 2025, ທີ່ ເມືອງ ວັງວຽງ, ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ຮ່ວມກັບສະຖານບັນລາວ-ອົດສະຕຣາລີ ພາຍໃຕ້ການສະໜັບສະໜູນຈາກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບໃນວຽກງານຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ຂອງກະຊວງການຕ່າງປະເທດ ແລະ ຂະແໜງການຕ່າງປະເທດ ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ວິຊາການ ຕາງໜ້າຈາກຫ້ອງການ, ບັນດາກົມ, ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ຫ້ອງການບໍລິການສະຖານທູດ, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກການຕ່າງປະເທດແຂວງວຽງຈັນ ແລະ ຜູ້ຕາງໜ້າຈາກ ສະຖາບັນລາວ-ອົດສະຕຣາລີ ແລະ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຮ່ວມລວມທັງໝົດ 78 ທ່ານ.
ໃນໂອກາດດັ່ງກ່າວ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍ, ຄວາມສໍາຄັນ ຂອງການຍົກສູງປະສິດທິພາບໃນວຽກງານຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ຂອງ ກະຊວງການຕ່າງປະເທດ ແລະ ຂະແໜງການຕ່າງປະເທດ ໃນໄລຍະໃໝ່ ແລະ ການຫັນເປັນທັນສະໄໝ, ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບຜິດຊອບ, ຄົ້ນຄວ້າ ປະກອບຄຳຄິດ, ຄຳເຫັນຢ່າງເລິກເຊິ່ງຕໍ່ບັນດາເນື້ອໃນຂອງກອງປະຊຸມ ເພື່ອແລກປ່ຽນບົດຮຽນ ແລະ ກຳນົດທິດທາງໃນຕໍ່ໜ້າ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ການເມືອງ, ການຕ່າງປະເທດ. ພ້ອມດຽວກັນນີ້, ທ່ານ ນ. ເຄດ ກູດຟຣຸດ (Ms. Kate Goodfruit), ເລຂາໂທ ຕາງໜ້າໃຫ້ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ໃຫ້ກຽດເຂົ້່າຮ່ວມ ແລະ ມີຄຳເຫັນ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍໝັ້ນ ແລະ ສາຍພົວພັນທາງການທູດ ຕະຫຼອດ 73 ປີຜ່ານມາ ລະຫວ່າງ ສອງ ລັດຖະບານ ກໍ່ຄື ສປປ ລາວ ແລະ ອົດສະຕຣາລີ ໃນການສືບຕໍ່ສົ່ງເສີມ ແລະ ສະໜັບສະໜູນດ້ານການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງ ສປປ ລາວ. ການພັດທະນາຊັບພະຍາກອນມະນຸດແມ່ນເປັນໜຶ່ງໃນບຸລິມະສິດ ຂອງ ລັດຖະບານ ອົດສະຕຣາລີ, ຜ່ານການຈັດຕັ້ງປະຕິບັດໂຄງການ ຂອງ ສະຖາບັນລາວ-ອົດສະຕຣາລີ (LAI) ເພື່ອພັດທະນາຊັບພະຍາກອນມະນຸດແບບຍືນຍົງ ໃນຫຼາຍຂົງເຂດ ເພື່ອໃຫ້ສອດຄ່ອງກັບຍຸດທະສາດການພັດທະນາແຫ່ງຊາດ.