ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປັດຈຸບັນ ຢູ່ປະເທດເຮົາມີຜູ້ເສຍຊີວິດຈາກພະຍາດວໍ້ປະມານ 2 ຄົນຕໍ່ມື້ ແລະ ມີລາຍງານຜູ້ທີ່ຖືກໜາກັດປະມານ 100 ຄົນຕໍ່ມື້

Apr 29, 2025

ດຣ ວັດທະນາ ເທບປັນຍາ ຮອງຫົວໜ້າພະແນກສັດຕະວະແພດ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຄະນະກຳມະການວັນເຮວ ຫລື ສຸຂະພາບໜຶ່ງດຽວ ຂອງອາຊຽນ ໃຫ້ຮູ້ວ່າ: ອີງຕາມຂໍ້ມູນຈາກການເຝົ້າລະວັງຂອງສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ປັດຈຸບັນ ຢູ່ປະເທດເຮົາມີຜູ້ເສຍຊີວິດຈາກພະຍາດວໍ້ປະມານ 2 ຄົນຕໍ່ມື້ ແລະ ມີລາຍງານຜູ້ທີ່ຖືກໜາກັດປະມານ 100 ຄົນຕໍ່ມື້, ສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດຈາກພະຍາດວໍ້ ຍ້ອນເປີເຊັນໃນການສັກວັກຊິນຍັງຕໍ່າ ປັດຈຸບັນ ປະຕິບັດໄດ້ພຽງແຕ່ 9 ສ່ວນຮ້ອຍ, ຕາມແຜນການສັກວັກຊິນໜາໃຫ້ໄດ້ເກີນ 75 ສ່ວນຮ້ອຍຂຶ້ນໄປ ຂອງກຸ່ມປະຊາກອນໜາທົ່ວປະເທດ, ວັກຊິນປ້ອງກັນພະຍາດວໍ້ບໍ່ສາມາດຜະລິດເອງໄດ້ ມີແຕ່ນໍາເຂົ້າ ແລະ ໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດເທົ່ານັ້ນເຮັດໃຫ້ຕົ້ນທຶນສູງ ແລະ ການເຂົ້າເຖິງໜາຍັງເຮັດໃຫ້ຍາກ ລວມທັງປະຊາຊົນທີ່ອາໄສຢູ່ເຂດຫ່າງໄກສອກຫລີກ ຊຶ່ງເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເພື່ອໃຫ້ບັນລຸເປົ້າໜາຍຍຸດທະສາດຂອງອາຊຽນ ພາຍໃນປີ 2030 ຈະຕ້ອງບໍ່ມີກໍລະນີຜູ້ເສຍຊີວິດຈາກພະຍາດວໍ້