ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບເຈົ້າແຂວງເສສວນ ສປ ຈີນ

Apr 29, 2025

ວັນທີ 28 ເມສາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຊື ສຽວຫຼິນ, ເຈົ້າແຂວງເສສວນ, ສປ ຈີນ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ຊື ສຽວຫຼິນ ທີ່ໄດ້ນຳພາຄະນະເດີນທາງມາເຄື່ອນໄຫວຢ້ຽມຢຽມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ການເຄື່ອນໄຫວເຮັດວຽກຮ່ວມກັບ ນະຄອນຫຼວງວຽງຈັນ; ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບເພື່ອມິດຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມຈິດໃຈ 4 ດີ ລາວ-ຈີນ, ຈີນ-ລາວ ແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ນະຄອນຫຼວງວຽງຈັນ ແລະ ແຂວງເສສວນ ກໍຄື ການຮ່ວມມືດ້ານເສດຖະກິດ, ກະສິກຳ, ການສຶກສາ, ກິລາ ແລະ ການທ່ອງທ່ຽວ; ການເຄື່ອນໄຫວຢ້ຽມຢາມ ແລກປ່ຽນບົດຮຽນ, ຮ່ວມມື ເຊິ່ງກັນ ແລະ ກັນ ມີຜົນສໍາເລັດເປັນຢ່າງດີ ແລະ ນັບມື້ເກີດດອກອອກຜົນ. ພ້ອມກັນນີ້ ໄດ້ສະເໜີໃຫ້ສືບຕໍ່ ຮ່ວມກັນສ້າງກົນໄກຮ່ວມມື, ປະສານງານ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທາງດ້ານເສດຖະກິດ, ການທ່ອງທ່ຽວ, ຊຸກຍູ້ ສົ່ງເສີມ ແລະ ດຶງດູດໂຄງການລົງທຶນຂອງພາກທຸລະກິດ ປະກອບສ່ວນສໍາຄັນເຂົ້າໃນພາລະກິດສ້າງສາພັດທະນາໃນໄລຍະໃໝ່ ຂອງສອງປະເທດ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຈີນ.
ໂອກາດດຽວກັນ ທ່ານ ນາງ ຊື ສຽວຫຼິນ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ຮອງນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງສະພາບພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເສສວນ ລວມທັງການພົວພັນຮ່ວມມື ລະຫວ່າງແຂວງເສສວນ ກັບ ນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຢູ່ ສປປ ລາວ. ພ້ອມດຽວກັນນັ້ນ ຍັງໄດ້ເຊື້ອເຊີນໃຫ້ຄະນະຝ່າຍລາວໄປຢ້ຽມຢາມ ແລະ ທ່ອງທ່ຽວ ແຂວງເສສວນ ນໍາອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ