ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງໄຊສົມບູນ

Apr 29, 2025

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ຊີ້ນໍາວຽກງານການພັດທະນາເສດຖະກິດ-ສັງຄົມ ໃນການຈັດຕັ້ງປະຕິບັດດໍາລັດ 414 ຂອງລັດຖະບານ ຢູ່ແຂວງໄຊສົມບູນ ໃນວັນທີ 29 ເມສາ 2025 ນີ້, ມີ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງ ແຂວງໄຊສົມບູນ, ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກະຊວງທີ່ກ່ຽວຂ້ອງ, ຫ້ອງວ່າການສູນກາງພັກ ພ້ອມດ້ວຍຄະນະພັດທະນາຈຸດສຸມແຂວງໄຊສົມບູນເຂົ້າຮ່ວມ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ເພື່ອຊຸກຍູ້, ກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດດໍາລັດ 414 ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ນັບແຕ່ປີ 2019-2025, ທັງເປັນການເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ແກ່ອົງຄະນະພັກ-ອົງການປົກຄອງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ສູ້ຊົນບຸກບືນເຮັດສໍາເລັດໜ້າທີ່ການເມືອງອັນມີກຽດ ທີ່ພັກ-ລັດ ມອບໝາຍໃຫ້ບັນລຸຜົນສຳເລັດ.
ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ທົ່ວແຂວງໄຊສົມບູນ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ-ມີຄວາມປອດໄພໂດຍພື້ນຖານ, ການນໍາພາ-ຊີ້ນຳຂະແໜງການ ແລະ ປະຊາຊົນ ບັນດາເຜົ່າສ້າງສາພັດທະນາທາງດ້ານເສດຖະກິດ ແລະ ການຜະລິດເປັນສິນຄ້າມີທ່າກ້າວຂະຫຍາຍຕົວ ໄປສົມຄູ່ກັບການປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ດ້ານເສດຖະກິດ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາຖາມເຈາະຈີ້ມໃນຫຼາຍໆບັນຫາ ເພື່ອໃຫ້ຄະນະນໍາກະຊວງທີ່ກ່ຽວຂ້ອງ, ຄະນະນໍາແຂວງ ນໍາໄປປຶກສາຫາລື ແລະ ແກ້ໄຂໃນຕໍ່ໜ້າ ພ້ອມນັ້ນ, ຍັງໄດ້ເນັ້ນໜັກໃຫ້ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງຂະແໜງການຕ່າງໆ ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາເຮັດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ມີຄວາມສະຫງົບ, ສືບຕໍ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານຢູ່ແຕ່ລະຂະແໜງການຕ່າງໆ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຈົງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ຕາມກົດໝາຍ ແລະ ລະບຽບການຢ່າງເດັດຂາດ; ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ; ສ້າງສະພາບແວດລ້ອມ ດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ; ເອົາໃຈໃສ່ພັດທະນາດ້ານການທ່ອງທ່ຽວ ແລະ ການບໍລິການ, ກະສິກໍາ, ອຸດສະຫະກໍາ ໃຫ້ມີຄຸນນະພາບດີຂຶ້ນ ແລະ ຍືນຍົງ; ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ກໍາແໜ້ນຮາກຖານປະຊາຊົນ ສຸມໃສ່ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງຂອງພັກ, ຍົກສູງຄວາມຮັບຜິດຊອບ ໃນການນໍາພາ-ຊີ້ນໍາອໍານາດການປົກຄອງທ້ອງຖິ່ນໃຫ້ມີຄວາມສະຫງົບ, ຕ້ານປະກົດການທີ່ບໍ່ຖືກຕ້ອງ ແລະ ເດັດດ່ຽວໃນການປະຕິບັດແນວທາງນະໂຍບາຍຂອງພັກ; ຄຸ້ມຄອງລາຍຮັບ-ລາຍຈ່າຍຢ່າງຮັດກຸມຕາມທິດປະຢັດ ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ຢ່າງເປັນຮູບປະທຳຕົວຈິງ ເພື່ອຍູ້ແຮງການພັດທະນາແຂວງໄຊສົມບູນໃຫ້ຈະເລີນກ້າວໜ້າ ຕາມທີ່ພັກ-ລັດຖະບານ ວາງອອກ.