ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບສະຫຼອງວັນ ກຳມະກອນສາກົນ

Apr 30, 2025

ຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບສະຫຼອງວັນ ກຳມະກອນສາກົນ
ໃນວັນທີ 30 ເມສານີ້ ທີ່ສໍານັກງານປົກຄອງເມືອງທ່າແຂກ, ສະຫະພັນກໍາມະບານ ແຂວງຄໍາມ່ວນ ໄດ້ຈັດພິທີສະເຫຼີມສະຫຼອງວັນກໍາມະກອນສາກົນ (1 ພຶດສະພາ 1886-1 ພຶດສະພາ 2025) ຄົບຮອບ 139 ປີ ຂຶ້ນໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີບັນດາການນໍາຂອງແຂວງ, ຄະນະປະທານກຳມະບານແຂວງ, ຮາກຖານກຳມະບານ ແລະ ສະມາຊິກກຳມະບານພາກສ່ວນຕ່າງໆເຂົ້າຮ່ວມ.
ທ່ານ ນາງ ອາລີ ບົວຈູມ ປະທານສະຫະພັນກໍາມະບານແຂວງ ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້, ເພື່ອລະນຶກເຖິງປະຫວັດແຫ່ງການກໍາເນີດເຕີບໃຫຍ່ຂອງວັນກໍາມະກອນສາກົນ ຄົບຮອບ 139 ປີ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ. ຊຶ່ງຂະບວນການຕໍ່ສູ້ຂອງກຳມະກອນເກີດຂຶ້ນຄັ້ງທຳອິດຢູ່ປະເທດອັງກິດໃນປີ 1764 ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກວ່າໝູ່ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາ ແລະ ນໍາພາກໍາມະກອນຕໍ່ສູ້ຕ້ານພວກນາຍທຶນ, ຊົນຊັ້ນກໍາມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງອົງການກໍາມະບານເປັນຕົວແທນຂອງຕົນຂຶ້ນ. ຈາກນັ້ນ ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນຊາວຜູ້ອອກແຮງງານ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ກິດຈະກຳໃນຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມເຂົ້າໃຈ ແລະ ລະນຶກເຖິງມູນເຊື້ອວັນດັ່ງກ່າວ. ພ້ອມນີ້ ຍັງເປັນການອອກກຳລັງກາຍເພື່ອສຸຂະພາບທີ່ດີ ແລະ ສ້າງຄວາມສາມັກຄີເຊິ່ງກັນ ແລະ ກັນ ເຮັດໃຫ້ການສະເຫຼີມສະຫຼອງວັນດັ່ງກ່າວມີຄວາມໝາຍເລິກເຊິ່ງເປັນຂະບວນຟົດຟື້ນດີ.
ຂ່າວ-ພາບ: ກອງຄໍາ