ຄຳໝາຍໝັ້ນສາຍສຳພັນສູ້ຮົບ ຮ່ວມທຸກຮ່ວມສຸກ ຮ່ວມເປັນຮ່ວມຕາຍ ຮ່ວມກັນເອກອ້າງທະນົງໃຈໃນວັນແຫ່ງໄຊຊະນະ

ໄລຍະເວລາແຫ່ງຄວາມປຶ້ມປິຕິຊົມຊື່ນ ແລະ ພາກພູມໃຈຫາສິ່ງໃດປຽບບໍ່ໄດ້ຂອງຊາວຫວຽດນາມທັງຊາດໄດ້ມາເຖິງ ໃນວັນທີ 30 ເມສາ 2025 ນີ້, ແມ່ນວັນຄົບຮອບ 50 ປີ ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ແມ່ນເຫດການສຳຄັນພິເສດ, ບໍ່ພຽງແຕ່ສຳລັບ ປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນຢ່າງເລິກເຊິ່ງຕໍ່ ພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄື ກ້ອນກຳລັງຂອງກອງທັບປະຊາຊົນລາວ ທີ່ໄດ້ຮ່ວມສະເຫຼີມສະຫຼອງ ວັນແຫ່ງໄຊຊະນະດັ່ງກ່າວຢ່າງຍິ່ງໃຫຍ່ ແລະ ສະຫງ່າຜ່າເຜີຍ ທີ່ ນະຄອນໂຮຈີ່ມິນ, ດັ່ງຄຳໝາຍໝັ້ນສາຍສຳພັນສູ້ຮົບ “ຮ່ວມທຸກ ຮ່ວມສຸກ ຮ່ວມເປັນຮ່ວມຕາຍ ຮ່ວມກັນເອກອ້າງທະນົງໃຈໃນວັນແຫ່ງໄຊຊະນະ”.
ສາຍສໍາພັນສູ້ຮົບ ລາວ-ຫວຽດນາມ ບໍ່ເຄີຍເສື່ອມຫາຍໃນຍຸກໃດສະໄໝໃດການນໍາຂອງສອງປະເທດ ກໍຄື ປະຊາຊົນລາວ ແລະ ປະຊາຊົນຫວຽດນາມບັນດາເຜົ່າ ຍາມໃດກໍຮ່ວມທຸກຮ່ວມສຸກ ຮ່ວມເປັນຮ່ວມຕາຍນຳກັນ ຕີສັດຕູໂຕດຽວ ດ້ວຍກໍາລັງ ແລະ ຍຸດໂທປະກອນໜ້ອຍກວ່າ ແລະ ຫຼ້າຫລັງກວ່າ ຍູ້ແຮງໃຫ້ບັ້ນຮົບຕ່າງໆທັງຢູ່ຫວຽດນາມ ແລະ ລາວ ໂດຍສະເພາະບັ້ນຮົບພາກໃຕ້ຫວຽດນາມ ຍາດໄດ້ໄຊຊະນະຢ່າງສະຫງ່າຜ່າເຜີຍ. ໃນໄລຍະແຫ່ງການປົດປ່ອຍປະເທດຊາດ ສາຍໃຈຮັກຂອງສອງຊາດອ້າຍນ້ອງ ລາວ-ຫວຽດນາມ ຍັງງົດງາມຜ່ອງໃສດັ່ງຮຸ່ງອະລຸນໃນຍາມເຊົ້າ, ຮ່ວມສາຍພູ, ຮ່ວມແມ່ນໍ້າ, ຮ່ວມຊາຕາກໍາອັນດຽວກັນ, ປະຊາຊົນສອງຊາດ ລາວ-ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ຮ່ວມສ້າງໜ້າປະຫວັດສາດອັນສະຫງ່າລາສີ ໃນຍຸກສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມກັນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດຂອງສອງຊາດ ເຊິ່ງແມ່ນປະທານໂຮ່ຈິມິນ, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ເປັນຜູ້ລິເລີ່ມ, ພ້ອມກັບບັນດາການນໍາຮຸ່ນຕ່າງໆ ຂອງສອງປະເທດ ກໍຄື ປະຊາຊົນສອງຊາດພ້ອມກັນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ.
ການສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ໃນຄັ້ງນີ້, ກອງທັບປະຊາຊົນລາວ ໄດ້ຕາງໜ້າໃຫ້ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມພິທີ ສວນສະໜາມສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ທີ່ນະຄອນ ໂຮ່ຈິມິນ ສສ ຫວຽດນາມ ເຊິ່ງແມ່ນ ກອງພັນໃຫຍ່ 11 ໄດ້ຮັບການມອບໝາຍຈາກກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.
ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11, ຫົວໜ້າຄະນະຊີ້ນໍາກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ໄດ້ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຄໍາສັ່ງຈາກ ກະຊວງປ້ອງກັນປະເທດ ກໍຄື ກົມໃຫຍ່ເສນາທິການກອງທັບ, ກົມອົບຮົມສູ້ຮົບ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ, ຈັດຕັ້ງເຊື່ອມຊືມ ເພື່ອກະກຽມປະຕິບັດຕາມແຜນການຂັ້ນເທິງມອບໝາຍໃຫ້, ໃນນັັ້ນ ໄດ້ກະກຽມທາງດ້ານບຸກຄະລາກອນໄດ້ຕາມມາດຕະຖານທີ່ຂັ້ນເທິງກຳນົດ. ຈາກນັ້ນ ກໍໄດ້ຈັດຕັ້ງມອບໝາຍໜ້າທີ່ໃຫ້ບັນດາອະນຸກຳມະການຮັບຜິດຊອບນຳພາ-ຊີ້ນຳກ້ອນກຳລັງຫັດແອບຈົນສຳເລັດ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງໃນມື້ນີ້ ດ້ວຍຄວາມພາກພູມໃຈ.
ສະຫາຍ ຮ້ອຍເອກ ສົມຈິດ ແກ້ວອິນທຸມ ຊ່ວຍວຽກຂະແໜງອົບຮົມກອງພັນໃຫຍ່ 11 ໄດ້ກ່າວວ່າ: ໃນນາມພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ຮ່ວມກັບເພື່ອນສະຫາຍ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດຈາກ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ມອບໝາຍໜ້າທີ່ເຂົ້າຮ່ວມ ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ, ໃນນາມພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ພ້ອມດ້ວຍໝູ່ຄະນະ ມີຄວາມເອກອ້າງທະນົງໃຈຕໍ່ສາຍສຳພັນສູ້ຮົບ ລາວ-ຫວຽດນາມ ທີ່ການນຳຮຸ່ນຕ່າງໆຂອງສອງປະເທດໄດ້ສ້າງໄວ້, ພວກເຮົາຂໍຈົດຈໍາວິລະກຳອັນລໍ່າເລີດ ແລະ ຈະນໍາເອົາບົດຮຽນອັນລໍ່າຄ່າສາຍສໍາພັນສູ້ຮົບ ຮ່ວມຄຽງບ່າຄຽງໄຫລ່ກັບ ສະຫາຍ ຫວຽດນາມ ເຂົ້າໃນວຽກງານ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງສອງປະເທດ ໃຫ້ໝັ້ນຄົງສີວິໄລ ຊົ່ວກາລະນານ.
ໂດຍ: ພັນຕີ ໂຊເລ້ ບຸນເຮືອງ





