ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອອປສ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໜທີ XI

Apr 30, 2025

ອອປສ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໜທີ XI
ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໜສາມັນຂອງຄະນະບໍລິຫານງານພັກສະໄໜທີ XI ແລະ ມະຕິຂອງຄະນະບໍລິຫານງານພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃນວັນທີ 30 ເມສາ 2025 ໂດຍການເຜີຍແຜ່ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ອອປສ, ມີຄະນະພັກ-ຄະນະນໍາ ອອປສ, ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ພ້ອມດ້ວຍຄະນະພະແນກ ທີ່ຂຶ້ນກັບ ອອປສ ເຂົ້າຮ່ວມ.
ການຈັດຕັ້ງເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້, ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານຫລັກແຫລ່ງພາຍໃນ ອົງການໄອຍະການປະຊາຊົນສູງສຸດ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບເນື້ອໃນກອງປະຊຸມ ຄົບຄະນະບໍລິຫານງານພັກ ສະໄໜສາມັນຂອງ ຄະນະບໍລິຫານງານພັກສະໄໜທີ XI ແລະ ມະຕິຂອງຄະນະບໍລິຫານງານພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ໄປຕາມແນວທາງນະໂຍບາຍຂອງພັກ ແລະ ສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງ ໃນໄລຍະໃໝ່ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມ, ຍັງໄດ້ຊີ້ແຈງໃຫ້ພະນັກງານຫລັກແຫລ່ງທີ່ຂຶ້ນກັບ ອົງການໄອຍະການປະຊາຊົນສູງສຸດ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງມະຕິດັ່ງກ່າວ, ກັບສະພາບການຜັນແປຢ່າງສັບສົນໄປທົ່ວຢູ່ພາກພື້ນ ແລະ ສາກົນ ໃນປັດຈຸບັນ ຍັງບໍ່ທັນມີການຫັນປ່ຽນພໍເທົ່າໃດ, ກົງຈັກຍັງໃຫຍ່ໂຕ, ບໍ່ໄປຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ ຫລື ທິດກະທັດຮັດ, ໂລ່ງລຽນ, ມີປະສິດທິພາບ ແລະ ເຂັ້ມແຂງ ໄດ້ຢ່າງແທ້ຈິງ. ການເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ, ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກ ການເຄື່ອນໄຫວຂອງອົງການບໍລິຫານລັດຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ, ກໍານົດວຽກງານຈຸດສຸມ ໃນການນໍາພາ-ຊີ້ນໍາ ແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ XII. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ພະນັກງານຫລັກແຫລ່ງຂອງອົງການໄອຍະການປະຊາຊົນສູງສຸດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ການປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ.
ຂ່າວ-ພາບ: ອອປສ