ຄໍາມ່ວນ ເຜີຍແຜ່ເຊື່ອມຊຶມນິຕິກຳ ກ່ຽວກັບການປັບປຸງການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ນິຕິກຳ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄຳມ່ວນ, ມີຄະນະບໍລິຫານງານພັກແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະຂະແໜງການ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພະແນກການອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຜ່ານມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ມະຕິ 05 ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ຄໍາແນະນໍາ ເລກທີ 483 ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ແຈ້ງການ ເລກທີ 426 ຂອງຄະນະຈັດຕັ້ງສູນກາງພັກ ເລື່ອງການໂຈະການຄົ້ນຄວ້າ, ຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານດຳລົງຕໍາແໜ່ງບໍລິຫານ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ກອງເລຂາຊ່ວຍວຽກ ປັບປຸງກົງຈັກການຈັດຕັ້ງ ຂອງແຂວງຄຳມ່ວນ ແລະ ແຜນການເຄື່ອນໄຫວຈັດຕັ້ງດຳເນີນການປັບປຸງກົງຈັກການຈັດຕັ້ງຢູ່ແຂວງຄຳມ່ວນ. ຈຸດປະສົງຂອງການເຜີຍແຜ່ເຊື່ອມຊຶມຄັ້ງນີ້ ກໍ່ເພື່ອຈັດຕັ້ງຜັນຂະຫຍາຍ ບັນດາມະຕິ, ຄໍາແນະນໍາຕ່າງໆ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃຫ້ເຂົ້າສູ່ລວງເລິກໃນວຽກງານຕົວຈິງຢູ່ທ້ອງຖິ່ນຮາກຖານ, ເພື່ອເຮັດໃຫ້ການກະກຽມ ແລະ ນໍາພາ ການປັບປຸງກົງຈັກການຈັດຕັ້ງ, ການຍຸບ, ໂຮມບັນດາໜ້າວຽກໃຫ້ສໍາເລັດຕາມກຳນົດເວລາ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ, ເໝາະສົມ, ໂລ່ງລ່ຽນ ແລະ ຮັບປະກັນໃຫ້ກົງຈັກການຈັດຕັ້ງ ມີຄວາມໜັກແໜ້ນ, ເຂັ້ມແຂງ.



