ສືບຕໍ່ຈັດຕັ້ງປະຕິບັດ ໃນຂົງເຂດການເງິນສີຂຽວ ແລະ ການປ່ຽນແປງດິນຟ້າອາກາດ
ພິທີເຊັນສັນຍາ ແຜນງານຮ່ວມລະຫວ່າງລັດຖະບານແຫ່ງ ສປປ ລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ວ່າດ້ວຍການປະສານງານ ຂອງອົງການສະຫະປະຊາຊາດ ເພື່ອໃຫ້ການສະໜັບສະໜູນຕໍ່ລັດຖະບານລາວ ໃນຂົງເຂດການເງິນສີຂຽວ ແລະ ການເງິນດ້ານການປ່ຽນແປງດິນຟ້າອາກາດ ຈັດຂຶ້ນໃນວັນທີ 29 ເມສາ 2025 ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ລົງນາມຂອງທ່ານ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ມີຜູ້ຕາງໜ້າຈາກພາກລັດ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ໂອກາດນີ້ ທ່ານນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: ປີ 2025 ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ມາ ເຖິງປັດຈຸບັນ ພວກເຮົາຢູ່ໃນຈຸດທີ່ສໍາຄັນ ຈະສຶບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຂອງແຜນດັ່ງກ່າວໃຫ້ມີຜົນສໍາເລັດ ແລະ ກໍາລັງກ້າວໄປສູ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ພ້ອມກັບຄາດໝາຍສູ້ຊົນທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ເຊິ່ງເປັນປີທໍາອິດຂອງການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ 10 ຂອງພວກເຮົາ ແຜນການຮ່ວມມືນີ້ແມ່ນໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຈັດແນວທາງຍຸດທະສາດການເງິນແຫ່ງຊາດໃຫ້ສອດຄ່ອງກັບເປົ້າໝາຍສີຂຽວ ແລະ ການປ່ຽນແປງດີນຟ້າອາກາດ ເຊິ່ງເປັນແຜນງານທີ່ສະໜັບສະໜູນໂດຍກົງຕໍ່ຄາດໝາຍສູ້ຊົນ ໃນການບັນລຸເປົ້າໝາຍການພັດທະນາຂອງພວກເຮົາ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ.
ທ່ານ ໂທມັສ ລາມມາ ຮັກສາການແທນເອກອັກຄະລັດຖະທູດແຫ່ງປະເທດລຸກຊໍາບວກ ປະຈໍາ ສປປ ລາວ ກໍໄດ້ກ່າວຕໍ່ງານດັ່ງກ່າວ ໂດຍເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືກັບສາກົນ ໃນການປະສານງານເພື່ອສະໜັບສະໜູນວຽກງານການເງິນສີຂຽວ ແລະ ການປ່ຽນແປງດິນຟ້າອາກາດ ພວກເຮົາມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນແຜນງານດັ່ງກ່າວ ເຊິ່ງບໍ່ພຽງແຕ່ເປັນການເເກ້ໄຂບັນຫາຄວາມຍືນຍົງຂອງສິ່ງແວດລ້ອມ ແຕ່ຍັງເປັນການສົ່ງເສີມການມີສ່ວນຮ່ວມເພື່ອພັດທະນາດ້ານສັງຄົມ ແລະ ໂອກາດທາງເສດຖະກິດ ນອກນີ້ ການເງິນສີຂຽວ ແລະ ການເງິນ ດ້ານການປ່ຽນແປງດິນຟ້າອາກາດ ບໍ່ພຽງແຕ່ເປັນການປົກປ້ອງສິ່ງເເວດລ້ອມ ແຕ່ຍັງເປັນການສ້າງສັງຄົມທີ່ເຂັ້ມແຂງ ແລະ ຍຸຕິທໍາກວ່າເກົ່າ.
ທ່ານ ບາໂຄເດຍ ເບີຄານອບ ໄດ້ກ່າວວ່າ: ວິກິດການໂລກທີ່ມີການເຊື່ອມໂຍງກັນ ພວກເຮົາຕ້ອງເຮັດໃຫ້ ການເຕີບໂຕເສດຖະກິດມີຜົນກະທົບ ຕໍ່ສິ່ງແວດລ້ອມໃຫ້ໜ້ອຍທີ່ສຸດ ແລະ ກໍາຈັດສິ່ງກີດຂວາງຕ່າງໆຕໍ່ການພັດທະນາ ໃນຖານະທີ່ເປັນຕົ້ນແບບຂອງກອງທຶນຮ່ວມຄັ້ງທໍາອິດ ການຂັບເຄື່ອນການປະຕິ ບັດງານທີ່ມີການປະສານງານ ແລະ ມີຍຸດທະສາດການຈັດຕັ້ງປະຕິບັດ ເພື່ອບັນລຸການເຕີບໂຕສີຂຽວໃນອະນາຄົດທີ່ດີກວ່າເກົ່າ.
ທີ່ມາ: ວຽງຈັນໃໝ່


