ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ເສວະນາ ກາເຟລະດັບຊາດ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ

Apr 30, 2025

ອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ເສວະນາ ກາເຟລະດັບຊາດ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ
ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ຈັດເສວະນາ ກາເຟລະດັບຊາດ ສໍາລັບໂຄງການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ໂດຍຜ່ານລະບົບຕ່ອງໂສ້ການສ້າງມູນຄ່າເພີ່ມ ຂອງຜະລິດຕະພັນກາເຟ ທີ່ມີຈັນຍາບັນ ແລະ ເປັນມິດກັບສິ່ງແວດລ້ອມ ໃນ ສປປ ລາວ (SUPER WE) ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ໃນວັນທີ 29 ເມສາ 2025 ທີ່ແຂວງຈຳປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນສໍາ ສີສັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ, ທ່ານ ນາງ ໄພວັນ ຈັນງາຄໍາ ຜູ້ອຳນວຍການດ້ານແຜນງານ ອົງການແຄຣ໌ນານາຊາດ ປະຈໍາ ສປປ ລາວ ພ້ອມດ້ວຍຂະແໜງການ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຈາກເມືອງດາກຈຶງ ແຂວງເຊກອງ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ, ກຸ່ມຜູ້ຜະລິດກາເຟ ຈາກ 17 ສູນແປຮູບ ເມືອງດາກຈຶງເຂົ້າຮ່ວມ.
ຈຸດປະສົງ ກໍເພື່ອສົ່ງເສີມການຜະລິດກາເຟ ທີ່ມີຄວາມຍືນຍົງ, ການສ້າງສະຫະກອນ-ເຄືອຂ່າຍ ແລະ ບົດບາດຍິງ-ຊາຍ ໂດຍຜ່ານການແລກປ່ຽນຄວາມຮູ້ແບບມີສ່ວນຮ່ວມ ເຊິ່ງເປັນການເສວະນາແລກປ່ຽນຄວາມຮູ້ລະດັບຊາດຄັ້ງທໍາອິດ ເພື່ອນໍາສະເໜີການຈັດຕັ້ງປະຕິບັດ ການປູກ ແລະ ຜະລິດ ກາເຟ ໃນເມືອງດາກຈຶງ ເພື່ອເປັນການຖອດຖອນບົດຮຽນ ກັບກຸ່ມຜະລິດອື່ນໆ, ການເຂົ້າໃຈນະໂຍບາຍ ລະບົບຕ່ອງໂສ້ກາເຟ ແລະ ສ້າງກົນໄກໃນການສະໜັບສະໜູນ ການລົງທຶນໃນຕໍ່ໜ້າ.
ນອກນີ້, ຍັງເປັນການເພີ່ມທະວີຄວາມຮັບຮູ້ ລະຫວ່າງບັນດາພາກສ່ວນກ່ຽວຂ້ອງລະດັບຊາດ ກ່ຽວກັບຜົນສໍາເລັດ ແລະ ການຂະຫຍາຍຕົວຂອງການຜະລິດ ກາເຟແບບຍືນຍົງ, ເພີ່ມທະວີການປຶກສາຫາລື ດ້ານນະໂຍບາຍກ່ຽວກັບການລວມເອົາຄວາມຍືນຍົງ ແລະ ການສົ່ງເສີມບົດບາດຍິງ-ຊາຍ ເຂົ້າໃນຍຸດທະສາດການພັດທະນາ ຂະແໜງກາເຟລາວ ໃນປີ 2025 ທັງເປັນການເສີມຂະຫຍາຍເຄືອຂ່າຍ ລະຫວ່າງກະສິກອນ, ສະຫະກອນ ແລະ ຜູ້ຊື້ກາເຟພາຍໃນ ແລະ ທົ່ວປະເທດ.
ໃນງານຄັ້ງນີ້, ໄດ້ນໍາສະເໜີການຜະລິດກາເຟແບບຍືນຍົງ ແລະ ການສົ່ງເສີມບົດບາດຍິງ-ຊາຍ ຈາກໂຄງການ SUPER WE, ພ້ອມກັບກໍລະນີສຶກສາ ຈາກຜູ້ຜະລິດກາເຟຈາກພາກສ່ວນອື່ນໆ. ນໍາສະເໜີນະໂຍບາຍ ໃນລະບົບຕ່ອງໂສ້ມູນຄ່າກາເຟ ແລະ ການສົນທະນາ ກ່ຽວກັບຍຸດທະສາດການພັດທະນາຂະແໜງກາເຟລາວ ໃນປີ 2025; ນໍາສະເໜີການປະຕິບັດສີຂຽວ ກໍຄືສິ່ງແວດລ້ອມແບບຍືນຍົງ, ບົດບາດຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດ. ພ້ອມນີ້, ຍັງມີການ ແລກປ່ຽນຄໍາຄິດເຫັນ ທີ່ກະສິກອນສາມາດເຊື່ອມຕໍ່ກັບຜູ້ຊື້, ສະຫະກອນ ແລະ ພາກເອກະຊົນ ເພື່ອຄົ້ນຫາໂອກາດດ້ານຕະຫລາດ ແລະ ການຮ່ວມມື ຄື: ການຜະລິດກາເຟທີ່ຍືນຍົງ ແລະ ຄວາມຮັບຜິດຊອບທາງດ້ານສັງຄົມ ໃນອຸດສາຫະກຳກາເຟ ແລະ ການສົ່ງອອກຕ່າງປະເທດ ເຊິ່ງຍົກໃຫ້ເຫັນລະບຽບ ແລະ ນະໂຍບາຍຂອງການຜະລິດກາເຟ ແລະ ຫົວຂໍ້ ຄວາມເຂົ້າໃຈຂອງກະສິກອນ ມີທັງໂອກາດ ແລະ ສິ່ງທ້າທາຍ ກ່ຽວກັບຕ່ອງໂສ້ມູນຄ່າກາເຟ ໃນແຕ່ລະພາກ/ພື້ນທີ່.
ຂ່າວ: ທູນທອງໃຈ