ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1
ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ເມືອງໜອງແຮດ, ແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 29 ເມສາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍການນຳແຂວງຊຽງຂວາງ ແລະ ແຂວງຫົວພັນ, ທ່ານ ສູນທອນ ຊາບັນດິດ ປະທານບໍລິສັດ ເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ຈຳກັດຜູ້ດຽວ, ພ້ອມຄະນະບໍລິຫານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ສຸລິເດດ ເບົ້າມະນີໂຄດ ຜູ້ຈັດການໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ຕັ້ງຢູ່ບ້ານພຽງຫົ່ງ ເມືອງໜອງແຮດ ແຂວງຊຽງຂວາງ ໂດຍແມ່ນບໍລິສັດ ກໍ່ສ້າງ 47 ຫຸ້ນສ່ວນຈຳກັດ ແຫ່ງ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ມີກຳລັງຕິດຕັ້ງ 124 ເມກາວັດ, ໄລຍະການກໍ່ສ້າງ 54 ເດືອນ, ຕາມແຜນຈະສຳເລັດ ແລະ ເປີດນຳໃຊ້ ໃນເດືອນກັນຍາ 2028, ມູນຄ່າໂຄງການ ປະມານ 360 ລ້ານໂດລາສະຫະລັດ, ເປັນເຂື່ອນຄອນກີດເສີມເຫລັກ, ສັນເຂື່ອນມີຄວາມຍາວ 553 ແມັດ, ຕົວເຂື່ອນມີຄວາມສູງ 138 ແມັດ.
ພ້ອມນີ້, ທ່ານ ຟ້າມນາມຟອງ ປະທານສະພາບໍລິຫານ ບໍລິສັດ ກໍ່ສ້າງ 47 ຫຸ້ນສ່ວນຈຳກັດ ໃນນາມຜູ້ຮັບເໝົາກໍ່ສ້າງໂຄງການ ກໍ່ໄດ້ມີຄຳເຫັນຕໍ່ພິທີ ໂດຍໄດ້ແຈ້ງໃຫ້ຊາບກ່ຽວກັບປະຫວັດການເຄື່ອນໄຫວທີ່ພົ້ນເດັ່ນ ຂອງບໍລິສັດ ໃນໄລຍະຜ່ານມາ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະເອົາໃຈໃສ່ການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າເນີນ 1 ເປັນຕົ້ນ ຈະຈັດຕັ້ງປະຕິບັດການກໍ່ສ້າງໂຄງການຕາມເຕັກນິກຕ່າງໆ ຢ່າງເຂັ້ມງວດ, ເຄື່ອນໄຫວວຽກງານ ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ; ດຳເນີນການກໍ່ສ້າງໂຄງການໃຫ້ຮັບປະກັນທາງດ້ານໜ້າວຽກ, ຄຸນນະພາບ, ເຕັກນິກ, ຄວາມສວຍງາມ, ສິ່ງແວດລ້ອມ ແລະ ຄວາມປອດໄພ, ທັງສຳເລັດ ແລະ ສາມາດມອບ-ຮັບໂຄງການຕາມກຳນົດເວລາຂອງສັນຍາທີ່ໄດ້ກຳນົດໄວ້.
ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ຕີລາຄາວ່າ: ໂຄງການພັດທະນາເຂື່ອນໄຟຟ້ານໍ້າເນີນ 1 ແມ່ນໂຄງການພັດທະນາອຸດສາຫະກໍາພະລັງງານທີ່ສໍາຄັນໂຄງການໜຶ່ງຊຶ່ງຕິດພັນກັບການຜະລິດເພື່ອສົ່ງອອກ ໂດຍສະເພາະແມ່ນສົ່ງໃຫ້ ສສ ຫວຽດນາມ, ເປັນໂຄງການທີ່ລົງທຶນສູງ, ນຳໃຊ້ເຕັກນິກທີ່ທັນສະໄໝ, ມີລັກສະນະຄົບວົງຈອນ ຊຶ່ງເຊື່ອໝັ້ນວ່າ ພາຍຫລັງການກໍ່ສ້າງໂຄງການນີ້ສຳເລັດ ຈະເປັນເງື່ອນໄຂອັນດີ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາອຸດສາຫະກໍາພະລັງງານ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໂດຍສະເພາະ ການປັບປຸງໂຄງລ່າງພື້ນຖານ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ທ້ອງຖິ່ນທີ່ໂຄງການຕັ້ງຢູ່ ໃນປັດຈຸບັນ ກໍຄື ໃນສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ໄປຕິດຕາມກວດກາເບິ່ງ ສະພາບການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫລັກ, ແຮ່ຫາຍາກ ຂອງກຸ່ມບໍລິສັດນິກສັນ ພັດທະນາບໍ່ແຮ່ຈຳກັດ ຢູ່ເມືອງຮ້ຽມ ແຂວງຫົວພັນ ແລະ ໄດ້ຊີ້ນຳບໍລິສັດດັ່ງກ່າວ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການຂອງຕົນ ໃຫ້ສອດຄ່ອງກັບເຕັກນິກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ເອົາໃຈໃສ່ຫລີກລ່ຽງການພັດທະນາທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ໃຫ້ບໍລິສັດ ພິຈາລະນາກໍ່ສ້າງໂຮງງານ ເພື່ອປຸງແຕ່ງແຮ່ທາດເປັນຜະລິດຕະພັນສຳເລັດຮູບ-ເຄິ່ງສຳເລັດຮູບ ສົ່ງອອກ ຄຽງຄູ່ກັບການດຳເນີນການຂຸດຄົ້ນ ເພື່ອສ້າງມູນຄ່າເພີ່ມ ກໍຄື ລາຍຮັບໃຫ້ບໍລິສັດ ກໍຄື ປະເທດຊາດຫລາຍຂຶ້ນ; ໃຫ້ບໍລິສັດ ປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນ ໂດຍສະເພາະ ປັບປຸງຊີວິດການເປັນຢູ່ ແລະ ໂຄງລ່າງພື້ນຖານຢູ່ທ້ອງຖິ່ນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ; ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ສືບຕໍ່ເປັນເຈົ້າການຕິດຕາມ-ຊຸກຍູ້ ການປະຕິບັດໂຄງການໃຫ້ສອດຄ່ອງກັບສັນຍາ ກໍຄື ກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ ຢ່າງເຂັ້ມງວດ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.






