ວັນ 30 ເມສາແລ້ວນີ້,ກຸ່ມບໍລິສັດຄຸນມີງທາງລົດໄຟຈີນຈຳກັດແຈ້ງໃຫ້ຊາບວ່າ: ມາຮອດວັນທີ 29 ເມສາແລ້ວນີ້, ນັບລວມແລ້ວ ທາງລົດໄຟ ລາວ-ຈີນ ໄດ້ແລ່ນລົດໄຟຜູ້ໂດຍສານສາກົນຈຳ ນວນ2.000 ຖ້ຽວ ໂດຍໄດ້ຂົນສົ່ງຜູ້ໂດຍສານຈຳນວນ 1.970.000 ເທື່ອຄົນ,ໃນນັ້ນຜູ້ໂດຍສານສາກົນຂ້າມຊາດມີຫຼາຍກວ່າ 500.000 ເທື່ອຄົນ ທີ່ມາຈາກ 112 ປະເທດ ແລະ ເຂດແຄວ້ນ.
ນັບແຕ່ຂະບວນລົດຜູ້ໂດຍສານສາກົນຕາມທາງລົດໄຟ ລາວ- ຈີນ ເປີດບໍລິການເມື່ອວັນທີ 13 ເມສາປີ 2023 ເປັນຕົ້ນມາ, “ຊ່ອງທາງຄຳ” ທີ່ເຊື່ອມຕໍ່ລາງ ກັບ ຈີນສາຍນີ້ໄດ້ເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງ,ອາໄສຈຸດພິເສດທີ່ລາຄາບໍ່ແພງ ແລະ ສະດວກສະບາຍ ໄດ້ກາຍເປັນຮູບການສັນຈອນໄປມາອັນດັບໜຶ່ງສຳລັບຜູ້ໂດຍສານຈີນ ແລະ ຕ່າງປະເທດໄປມາຫາສູ່ກັນລະຫວ່າງລາວ ກັບ ຈີນ ເພື່ອທ່ອງທ່ຽວ,ຮ່ຳຮຽນ,ເຮັດທຸລະກິດ ແລະ ດຳເນີນການແລກປ່ຽນດ້ານວັດທະນະທຳ.
ຈຳນວນຜູ້ໂດຍສານສາກົນເຂົ້າອອກເມືອງແຕ່ລະມື້ໂດຍຜ່ານທາງລົດໄຟ ລາວ-ຈີນ ໄດ້ເພີ່ມຈາກ 300 ເທື່ອຄົນໃນຕອນເລີ່ມຕົ້ນຂຶ້ນ ເປັນ 1.300 ເທື່ອຄົນສູງສຸດຢ່າງວ່ອງໄວ.ນັບແຕ່ປີນີ້ເປັນຕົ້ນມາ,ຈຳນວນຜູ້ໂດຍສານສາກົນຂ້າມຊາດໄດ້ບັນລຸຫຼາຍກວ່າ 100.000 ເທື່ອຄົນ,ເຊິ່ງເປັນທ່ວງທ່າທີ່ເພີ່ມຂຶ້ນຢ່າງແຂງແຮງ. ມາຮອດວັນທີ 29 ເມສາແລ້ວນີ້, ນັບລວມແລ້ວ ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 51.800.000 ເທື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 58.400.000 ໂຕນໂດຍໄດ້ສະໜອງການຮັບປະກັນອັນແຂງ ແຮງເພື່ອຊຸກຍູ້ການເຊື່ອມຈອດກັນໃນພາກພື້ນ ແລະ ຊຸກຍູ້ເສດຖະກິດສັງຄົມລຽບທາງໃຫ້ມີການພັດທະນາ.
ທີ່ມາ: CMG





