ວັນທີ 1 ພຶດສະພາ 2025 ບໍລິສັດ ເບຍລາວ ຈຳກັດ, ໂດຍຜ່ານຜະລິດຕະພັນນໍ້າດື່ມຫົວເສືອ, ເປັນຜູ້ໃຫ້ການສະໜັບ ສະ ໜູນຫຼັກກິດຈະກຳຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອ ກາດສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ ທີ່ຈັດໂດຍ ສູນກາງສະຫະພັນກຳມະບານລາວ. ເພື່ອສະເຫຼີມສະ ຫຼອງວັນສຳຄັນນີ້, ບໍລິສັດ ເບຍລາວ ຈຳກັດ ໄດ້ມອບການສະ ໜັບສະໜູນມູນຄ່າລວມ 113,000,000ກີບ (ໜຶ່ງຮ້ອຍສິບ ສາມລ້ານກີບ) ໃຫ້ແກ່ສູນກາງສະຫະພັນກຳມະບານລາວ, ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳຍ່າງເພື່ອສຸຂະພາບຢ່າງຕໍ່ ເນື່ອງເປັນເວລາຫຼາຍປີ. ນອກຈາກນັ້ນ ບໍລິສັດ ເບຍລາວ ຈຳກັດໄດ້ລະດົມຜູ້ອອກ ແຮງງານ ລວມທັງບັນດາສະມາຊິກກຳມະບານໃນບໍລິສັດເຂົ້າ ຮ່ວມງານດັ່ງກ່າວຢ່າງຄຶກຄື້ນມ່ວນຊື່ນ.
ງານຍ່າງເພື່ອສຸຂະພາບນີ້ແມ່ນໄດ້ຈັດຂື້ນໃນທຸກໆປີທີ່ສວນປະຕູໄຊ ເຊິ່ງມີບັນດາລັດຖະກອນ, ເຈົ້າໜ້າທີ່, ສະມາຊິກສະຫະ ພັນກຳມະບານແຫ່ງຊາດ, ອົງການຈັດຕັ້ງທີ່ນອນຢູ່ໃນສະຫະພັນກຳມະບານແຫ່ງຊາດ ແລະ ຜູ້ອອກແຮງງານ ເຂົ້າຮ່ວມຫຼາຍກວ່າ 3000ຄົນ ເພື່ອສະເຫຼີມສະຫຼອງ “ວັນກຳມະກອນ” ເຊິ່ງແມ່ນວັນສຳຄັນລະດັບສາກົນເພື່ອຍົກຍ້ອງບົດບາດ ແລະ ຄຸນຄ່າຂອງຜູ້ອອກແຮງງານທີ່ໄດ້ມີສ່ວນຮ່ວມໃນການພັດທະນາເສດຖະກິດ ແລະ ສັງຄົມ ທັງເປັນສັນຍາລັກສຳຄັນຂອງຄວາມພະຍາຍາມຢ່າງຕໍ່ເນື່ອງໃນການສົ່ງເສີມສິດທິຂອງຜູ້ອອກແຮງງານ, ຄວາມເທົ່າ ທຽມ ແລະ ຄວາມສາມັກຄີຂອງຜູ້ອອກແຮງງານທົ່ວໂລກ.
ບໍລິສັດ ເບຍລາວ ຈຳກັດ ເປັນວິສາຫະກິດຮ່ວມທຶນລະ ຫວ່າງລັດຖະບານລາວ ແລະ ກຸ່ມບໍລິສັດ Carlsberg ໄດ້ໃຫ້ ການສະໜັບສະໜຸນຕໍ່ກິດຈະກຳຂອງສະຫະພັນກຳມະບານມາໂດຍຕະຫຼອດ. ໃນຖານະທີ່ເປັນບໍລິສັດຜູ້ນໍາດ້ານການຜະລິດເຄື່ອງດື່ມຊັ້ນນຳໃນ ສປປ ລາວ ແລະ ມີຮາກຖານຄຽງຄູ່ສັງຄົມລາວ, ທັງເປັນຜູ້ຈ້າງງານທີ່ມີຄວາມເອົາໃຈໃສ່ຕໍ່ສະຫວັດດິການ ແລະ ເນັ້ນເຖິງຄວາມສຳຄັນຂອງພະນັກງານ ເພື່ອຜົນປະໂຫຍດທັງຕໍ່ຜູ້ອອກແຮງງານ ແລະ ສັງຄົມໂດຍລວມ.








