ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດການກໍ່ສ້າງ ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບ ຂອງອ່າງເກັບນໍ້າກະສິກໍາ

May 1, 2025

ພິທີເປີດການກໍ່ສ້າງ ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບ ຂອງອ່າງເກັບນໍ້າກະສິກໍາ ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 30 ເມສາ ຜ່ານມາ ທີ່ສູນພັດທະນາຊົນລະປະທານ ຮ່ວມມື ລາວ-ສ ເກົາຫຼີ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດ ແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ມູນ ຄຽງ ດັກ ຫົວໜ້າຄະນະ ຈາກກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສ ເກົາຫຼີ, ພ້ອມດ້ວຍທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ, ທ່ານ ສັດທາເທບ ທໍາມະຈັກ ຮອງຫົວໜ້າກົມຊົນລະປະທານ ໄດ້ຂຶ້ນລາຍງານຫຍໍ້ປະຫວັດຄວາມເປັນມາຂອງໂຄງການ ໄດ້ໃຫ້ຮູ້ວ່າ: ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບ ຂອງອ່າງເກັບນໍ້າກະສິກໍາ ໃນ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສ ເກົາຫຼີ ໃນມູນຄ່າ 5.5 ຕື້ວອນ ຫຼື ເທົ່າກັບ 4.6 ລ້ານໂດລາ, ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນ 4 ປີ (2024 – 2028). ໂຄງການດັ່ງກ່າວ ມີຈຸດປະສົງເພື່ອສ້າງຄວາມປອດໄພດ້ານຊີວິດ ແລະ ເສດຖະກິດ-ສັງຄົມຂອງປະຊາຊົນ ໃນເຂດລຸ່ມນໍ້າ ໂດຍຜ່ານການຄຸ້ມຄອງເຂື່ອນຊົນລະປະທານທີ່ໝັ້ນຄົງ; ສ້າງຕັ້ງລະບົບຄຸ້ມຄອງຄວາມປອດໄພ ຂອງເຂື່ອນຊົນລະປະທານ ໃນ ສປປ ລາວ ເພື່ອເສີມສ້າງຄວາມເຂັ້ມແຂງຂອງເຂື່ອນ, ສົ່ງເສີມການໃຊ້ນໍ້າສໍາລັບກະສິກຳໃຫ້ເກີດປະໂຫຍດສູງສຸດ, ຍົກລະດັບຜົນຜະລິດທາງກະສິກໍາ ແລະ ສົ່ງເສີມລາຍໄດ້ຂອງຊາວກະເສດຕະກອນ. ກິດຈະກໍາຫຼັກຂອງໂຄງການປະກອບດ້ວຍ: ສ້າງເເຜນແມ່ບົດລະບົບການຄຸ້ມຄອງຄວາມປອດໄພເຂື່ອນຊົນລະປະທານ; ສ້າງສູນຄວບຄຸມຄວາມປອດໄພເຂື່ອນຊົນລະປະທານ; ສ້າງໂຄງການທົດລອງ-ຕົວແບບ ໃນການປະເມີນຄວາມປອດໄພເຂື່ອນຊົນລະປະທານ ຈໍານວນ 4 ເຂື່ອນ ໂດຍການຕິດຕັ້ງລະບົບເຕືອນໄພຢູ່ພາກສະໜາມ; ສະໜອງອຸປະກອນເຄື່ອງມື, ເຕັກນິກວິຊາການ ເພື່ອສະໜັບໜູນບຸກຄະລາກອນຂອງ ສປປ ລາວ ໂດຍການເຂົ້າຮ່ວມຝຶກອົບຮົມ ຢູ່ ສ ເກົາຫຼີ; ສ້າງຂີດຄວາມສາມາດດ້ານວິຊາການ ເຂົ້າໃນວຽກງານການຄຸ້ມຄອງຄວາມປອດໄພເຂື່ອນຊົນລະປະທານ ໃນ ສປປ ລາວ.
ທ່ານ ມູນ ຄຽງ ດັກ ໄດ້ກ່າວວ່າ: ສ ເກົາຫຼີ ໄດ້ຕັດສິນໃຈສະໜັບສະໜູນໂຄງການນີ້ ໃນຮູບແບບການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ (ODA) ເພື່ອສ້າງລະບົບການຄຸ້ມຄອງຄວາມປອດໄພ ຂອງເຂື່ອນກະສິກຳ ທີ່ດໍາເນີນຢູ່ລາວ ແລະ ສົ່ງເສີມການພັດທະນາແບບຍືນຍົງຂອງຊຸມຊົນທ້ອງຖິ່ນ ໂດຍຮັບປະກັນຄວາມໝັ້ນຄົງຂອງພື້ນຖານການຜະລິດກະສິກຳ, ປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ. ພວກເຮົາຫວັງວ່າໂຄງການນີ້ ຈະສ້າງພື້ນຖານໃຫ້ແກ່ລັດຖະບານລາວ ໃນການຈັດຕັ້ງປະຕິບັດການຄຸ້ມຄອງຄວາມປອດໄພເຂື່ອນ ຢ່າງເປັນລະບົບ.
ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສ ເກົາຫຼີ ກໍຄືລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ທີ່ໄດ້ເອົາໃຈໃສ່ຊ່ວຍເຫຼືອສະໜັບສະໜູນທາງດ້ານວິຊາການ ແລະ ໃຫ້ທຶນຊ່ວຍເຫຼືອ ຂະແໜງການກະສິກໍາ ແລະ ປ່າໄມ້ ຂອງ ສປປ ລາວ ເຮົາ ຢ່າງຕໍ່ເນື່ອງ, ໄດ້ສະແດງອອກໃນການສືບຕໍ່ໃຫ້ຄວາມຊ່ວຍເຫຼືອ ຈັດຕັ້ງປະຕິບັດໂຄງການສ້າງຕັ້ງລະບົບຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບ ຂອງອ່າງເກັບນໍ້າກະສິກໍາໃນ ສປປ ລາວ, ພິເສດໃນປີນີ້ເປັນປີ ຄົບຮອບ 30 ປີ ຂອງການຮ່ວມມື ສປປ ລາວ ແລະ ສ ເກົາຫຼີ, ພ້ອມນີ້ກໍໄດ້ສະແດງຄວາມຫວັງ ຢ່າງຍິ່ງ ວ່າ: ຈະມີການສືບຕໍ່ໃຫ້ການຊ່ວຍເຫຼືອ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນຮ່ວມມືສອງຊາດ ໃຫ້ມີຄວາມຍືນຍົງຍາວນານ. ເນື່ອງໃນໂອກາດນີ້, ກໍໄດ້ຕາງໜ້າໃຫ້ ຄະນະນໍາ ກະຊວງກະສິກຳ ແລະ ປ່າໄມ້ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍຕໍ່ຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຢ່າງສຸດໃຈ.
ໃນຕອນທ້າຍຂອງພິທີ, ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານເອກອັກຄະລັດຖະທູດ ແຫ່ງ ສ ເກົາຫຼີ ກໍໄດ້ໃຫ້ກຽດຊ້ວນຊາຍ ແລະ ຕີຄ້ອງເກົ້າບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ການກໍ່ສ້າງໂຄງການດັ່ງກ່າວ.
ທີ່ມາ: ຂ່າວສານກະສິກໍາ,ປ່າໄມ້ ແລະ ພັດທະນາ ຊົນນະບົດ