ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາບທາມຄຳເຫັນຕໍ່ຮ່າງດໍາລັດ ວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ

May 1, 2025

ໃນວັນທີ 30 ເມສາ 2025 ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມທາບທາມຄຳເຫັນໃສ່ຮ່າງດໍາລັດ ວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມມາຈາກບັນດາກະຊວງ ແລະ ອົງການຂັ້ນສູນກາງ. ຈຸດປະສົງຕົ້ນຕໍຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປີດໂອກາດໃຫ້ບັນດາກະຊວງ ແລະ ອົງການຂັ້ນສູນກາງໄດ້ປະກອບຄໍາຄິດຄຳເຫັນໃສ່ຮ່າງດໍາລັດ ມີຄວາມຄົບຖ້ວນ, ຮັດກຸມ, ຮອບດ້ານ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດ ຊຶ່ງການປຶກສາຫາລືຄັ້ງນີ້ ແມ່ນການດໍາເນີນຂັ້ນຕອນການທາບທາມຄໍາເຫັນຂັ້ນທ້ອງຖິ່ນຕໍ່ຮ່າງນິຕິກໍາໃຕ້ກົດໝາຍດັ່ງກ່າວ ຕາມຂັ້ນຕອນຂອງກົດໝາຍ ວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງ ປີ 2021) ເພື່ອໃຫ້ສໍາເລັດການທາບທາມປະກອບຄໍາເຫັນຂອງທຸກພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງ ຖິ່ນພາຍໃນເດືອນເມສາ 2025. ຫຼັງຈາກນັ້ນ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ກໍຈະນໍາໄປຄົ້ນ ຄວ້າ, ປັບປຸງ ແລະ ຮຽບຮຽງໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນ ແລ້ວນໍາໄປກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຮ່ວມກັບກະຊວງຍຸຕິທໍາ. ຮ່າງດໍາລັດດັ່ງກ່າວ ມີແຜນຈະນຳສະເໜີເຂົ້າພິຈາລະນາ ໃນກອງປະຊຸມລັດຖະບານ ປະຈຳເດືອນ ພຶດສະພາ ຫຼື ມິຖຸນາ 2025 ທີ່ຈະມາເຖິງນີ້.
ຮ່າງດໍາລັດສະບັບ ນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານການເຄື່ອນໄຫວວຽກງານການຊ່ວຍເຫຼືອເພື່ອການພັດທະນາ ແລະ ມະນຸດສະທໍາຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະ ໄໝ ແລະ ເປັນລະບົບ ແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງລາວ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຊຶ່ງພາຍຫຼັງຮ່າງດໍາລັດເຫຼົ່ານີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງການເຄື່ອນໄຫວວຽກງານການຊ່ວຍເຫຼືອເພື່ອການພັດທະນາ ແລະ ມະນຸດສະທໍາຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ລວມສູນ ແລະ ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ ແລະ ຈະເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາລະບົບນິຕິກຳຂອງຂະແໜງການຕ່າງປະ ເທດ ແນໃສ່ເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດດ້ວຍກົດໝາຍຢ່າງໜັກແໜ້ນເທື່ອລະກ້າວ ພ້ອມທັງເປັນການຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ກໍຄື ຜົນສຳເລັດ ແລະ ທິດທາງຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ໂດຍສະເພາະການຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ.