ໃນວັນທີ 28 ເມສາ 2025 ທີ່ ສຳນັກງານໃຫຍ່ ແລະ ໂຮງງານຜະລິດເຄື່ອງດື່ມບໍລິສັດ ເບຍລາວ ຈຳກັດ ແຂວງ ຈຳປາສັກ ໄດ້ມີການຈັດກິດຈະກຳສົ່ງເສີມການໃຫ້ຄວາມຮູ້ດ້ານຄວາມປອດໄພແກ່ພະນັກງານ, ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນສຸຂະພາບ ແລະ ຄວາມປອດໄພໂລກ ເຂົ້າຮ່ວມໂດຍ ທ່ານ ເຮັນຣິກ ຈູລ ເອັນເດີເຊີນ ອຳນວຍການໃຫຍ່, ພ້ອມດ້ວຍຄະນະອຳນວຍການ ບໍລິສັດ ເບຍລາວ ຈຳກັດ, ທ່ານ ພັນໂທ ຫຼຽນໄຊ ມົງພົນຄຳ ຫົວໜ້າກອງໂຄສະນາ ແລະ ຝຶກອົບຮົມ ພະແນກຕຳຫຼວດຈາລະຈອນ ນະຄອນຫຼວງວຽງຈັນ ແລະ ພະນັກງານ ບໍລິສັດ ເບຍລາວ ແລະ ສື່ມວນຊົນເຂົ້າຮ່ວມ.
ຈຸດປະສົງງານໃນຄັ້ງນີ້, ບໍລິສັດ ເບຍລາວ ຈຳກັດ ໄດ້ຍົກສູງຄວາມສຳຄັນຕໍ່ສຸຂະພາບ ແລະ ຄວາມປອດໄພຂອງພະນັກງານຕິດພັນກັບການສະເຫຼີມສະຫຼອງ ວັນສຸຂະພາບ ແລະ ຄວາມປອດໄພໂລກ ຄົບຮອບ 24 ປີ, ແລະ ໄດ້ຈັດກິດຈະກໍາ ການໃຫ້ຄວາມຮູ້ດ້ານຄວາມປອດໄພໂດຍສະເພາະການຈາລະຈອນ, ເພື່ອໃຫ້ພະນັກງານໄດ້ຮັບຮູ້ ແລະ ປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບຈາລະຈອນຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພໃນການເດີນທາງລະຫວ່າງການປະຕິບັດໜ້າທີ່ ແລະ ການພົວພັນວຽກງານທັງພາຍໃນ-ພາຍນອກ, ໂດຍທາງບໍລິສັດ ຖືຄວາມປອດໄພເປັນສິ່ງສໍາຄັນທີ່ສຸດ ເພື່ອຫຼຸດຜ່ອນອຸບັດເຫດພາຍໃນອົງກອນ ຂະນະການປະຕິບັດໜ້າທີ່ ແລະ ຕັ້ງເປົ້າໝາຍສູ້ຊົນຮອດປີ 2030 ຈະຫຼຸດຜ່ອນອຸບັດເຫດໃຫ້ເປັນສູນ ເຊິ່ງເປັນສິ່ງທ້າທາຍ ແລະ ເປົ້າໝາຍສຳຄັນຂອງບໍລິສັດ ເພື່ອໃຫ້ສອດຄ່ອງກັບນະໂຍບາຍ “ຫຼຸດຜ່ອນອຸບັດຕິເຫດໃຫ້ເທົ່າ 0 (ZERO ACCIDENTS CULTURE) ເຊິ່ງເປັນເສົາຄ້ຳທີ 6 ໃນ 6 ເສົາຄ້ຳຫຼັກ Together Towards Zero & Beyond (TTZAB).
ທ່ານ ເຮັນຣິກ ຈູລ ເອັນເດີເຊນ ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຍັງໄດ້ກ່າວໃຫ້ທິດຊີ້ນຳຄື: ບໍລິສັດ ເບຍລາວ ຈຳກັດ ມຸ່ງໝັ້ນທີ່ຈະຍົກລະດັບມາດຕະຖານຄວາມປອດໄພໃນການເຮັດວຽກຢ່າງຕໍ່ເນື່ອງ ເພື່ອເສີມສ້າງສະພາບແວດລ້ອມ ແລະ ວັດທະນະທຳການເຮັດວຽກທີ່ປອດໄພ, ມີປະສິດທິພາບ ແລະ ຍືນຍົງສຳລັບພະນັກງານເບຍລາວ ທຸກຄົນ, ການຈັດກິດຈະກໍາໃນຄັ້ງນີ້ ເນັ້ນຫົວຂໍ້ ການຂັບຂີ່ທີ່ປອດໄພ ເຊິ່ງພວກເຮົາໄດ້ໃຫ້ຄວາມສໍາຄັນຕໍ່ບັນຫາດັ່ງກ່າວຫຼາຍ ເພາະບໍລິສັດຂອງພວກເຮົາ ມີພາຫະນະຮັບໃຊ້ພາຍໃນຫຼາຍ ບໍ່ວ່າຈະເປັນລົດກົນຈັກໃນໂຮງງານ, ລົດບັນທຸກສິນຄ້າ, ລົດຮັບໃຊ້ວຽກການຕະຫຼາດ, ລົດບໍລິຫານ ເຊິ່ງເນັ້ນການເອົາໃຈໃສ່ຕໍ່ກົດລະບຽບຂອງບໍລິສັດ ແລະ ໃຫ້ຄວາມເຄົາລົບຕໍ່ກົດລະບຽບຈາລະຈອນ ຢ່າງເຂັ້ມງວດ.
ທ່ານ ເຮັນຣິກ ຍັງໄດ້ກ່າວຕື່ມວ່າ ໃນຕໍ່ໜ້າ ບໍລິສັດ ເບຍລາວ ມີແຜນຕິດຕັ້ງ ເຄື່ອງກວດ ຫຼື ເປົ່າແອວກໍຮໍ ແບບສະໝັກໃຈ ເຊິ່ງຈະໄດ້ມີການກວດ ພະນັກງານທີ່ ເຮັດວຽກກ່ຽວກັບເຄື່ອງຈັກ ຫຼື ຜູ້ຂັບຂີ່ພາຫະນະ ທັງນີ້ເພື່ອແນໃສ່ການປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດ.
ນອກນີ້ພາຍໃນງານໄດ້ຮັບຟັງການໃຫ້ຄວາມຮູ້ດ້ານກົດລະບຽບຈາລະຈອນຈາກພັນໂທ ຫຼຽນໄຊ ມົງພົນຄຳ ຫົວໜ້າກອງໂຄສະນາ ແລະ ຝຶກອົບຮົມ ພະແນກຕຳຫຼວດຈາລະຈອນ ນະຄອນຫຼວງວຽງຈັນ, ຕາງຫນ້າໂຮງຮຽນສອນຂັບຂີ່ລົດທົ່ງສ້າງນາງ, ກິດຈະກຳ ຖາມ-ຕອບ ຄວາມຮູ້ທົ່ວໄປກ່ຽວກັບລະບຽບຈາລະຈອນເພື່ອລຸ້ນຮັບຂອງລາງວັນຕ່າງໆ ແລະ ການສັງສັນແບບປອດໄພໂດຍການດື່ມຜະລິດຕະພັນຄາລສ໌ເບີກ ທາດເຫຼົ້າ 0.0 ເປີເຊັນ (Carlsberg 0.0 Alcohol).
ພ້ອມຍັງໄດ້ນໍາສະເໜີພາບລວມ ຫຼັກການໃນການປ້ອງກັນ ແລະ ຮັກສາຄວາມປອດໄພ ພາຍໃນ ບໍລິສັດ ເບຍລາວ, ມີການນໍາສະເໜີຫົວຂໍ້ ຄວາມປອດໄພໃນທາງຫຼວງ, ກົດລະບຽບຈາລະຈອນ, ການນໍາໃຊ້ຄວາມໄວ, ການນໍາໃຊ້ໝວກກັນກະທົບ-ເຂັມຂັດນິລະໄພ, ເຕັກນິກການຂັບຂີ່ລົດ ແລະ ຫົວຂໍ້ອື່ນໆ ພ້ອມທັງມີການສົນທະນາແລກປ່ຽນຫຼາຍບັນຫາທີ່ຜູ້ຂັບຂີ່ພົບພໍ້ໃນການຈາລະຈອນຕາມທ້ອງຖະໜົນ.












