ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ຍົກສູງຄວາມຮັບຜິດຊອບໃນການເຝິກຊ້ອມ ພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ສະໜາມແດງ ນະຄອນຫຼວງມົດສະກູ ສ.ຣັດເຊຍ

May 2, 2025

ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ຍົກສູງຄວາມຮັບຜິດຊອບໃນການເຝິກຊ້ອມ ພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ສະໜາມແດງ ນະຄອນຫຼວງມົດສະກູ ສ.ຣັດເຊຍ
ນັບແຕ່ເດີນທາງມາຮອດປະເທດ ສ. ຣັດເຊຍ ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ໄດ້ເອົາໃຈໃສ່ ແລະ ຍົກສູງຄວາມຮັບຜີດຊອບໃນການຈັດຕັ້ງເຝິກຊ້ອມກຳລັງເພື່ອຮັບປະກັນເຖິງຄວາມເຂັ້ມແຂງທາງດ້ານຈັງຫວະເຕັກນິກເດີນສວນສະໜາມ ແລະ ມີຄວາມເປັນເອກະພາບ ຈົບງາມ ເພື່ອກະກຽມຄວາມພ້ອມຮອບດ້ານ.
ມາຮອດຄ່ຳຄືນຂອງວັນທີ່ 29 ເມສາ 2025 ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຫັດແອບຊ້ອມປະສານໃຫຍ່ ຄັ້ງທີ I ກັບບັນດາກ້ອນກຳລັງສວນສະໜາມທີ່ເຂົ້າພິທີສະເຫຼີມສະຫຼອງ ເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ສະໜາມແດງ ນະຄອນຫຼວງມົດສະກູ ສ.ຣັດເຊຍ ໃນທ່າມກາງການຝຶກຊ້ອມທີ່ມີອາກາດໜາວເຢັນທັງມີຝົນຕົກ.
ແຕ່ຜ່ານການຫັດແອບຕົວຈິງ ເຫັນໄດ້ວ່າກ້ອນກຳລັງກອງທັບປະຊາຊົນລາວ ສາມາດຮັບປະກັນໄດ້ທາງດ້ານສຸຂະພາບ ຈັງຫວະເຕັກນິກເດີນສວນສະໜາມມີຄວາມເຂັ້ມແຂງ ແລະ ເປັນເອກະພາບກັບບັນດາກ້ອນກຳລັງ.
ທີ່ມາ: ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ