ຫຼາຍຝ່າຍສະໜັບສະໜູນປາກິດສະຖານ-ອິນເດຍ ແກ້ໄຂບັນຫາຮ່ວມກັນຢ່າງສັນຕິ

ເມື່ອບໍ່ດົນມານີ້, ເກີດເຫດລະເບີດທີ່ Pahalgam, Jammu ແລະ Kashmir ເຮັດໃຫ້ມີຄວາມສ່ຽງທີ່ຈະກາຍເປັນອີກໜຶ່ງເຫດການຮຸນແຮງໃນປະຫວັດສາດອັນຍາວນານໃນພາກພື້ນ ຈົນເຮັດໃຫ້ເກີດປະຕິກິລິຍາທາງດ້ານການ ເມືອງທີ່ຕາມມາເຊິ່ງອາດຈະກາຍເປັນປະກາຍໄຟເກີດຂຶ້ນ. ເກືອບຈະທັນທີຫຼັງຈາກເຫດການດັ່ງກ່າວ, ເກີດມີການກ່າວຫາກັນວ່າເປັນຜູ້ຢູ່ເບື້ອງຫຼັງການກໍ່ເຫດໂດຍບໍ່ທັນມີຫຼັກຖານ, ຜູ້ຖືກສົງໄສ ຫຼື ຂັ້ນຕອນທາງກົດໝາຍທີ່ສົມຄວນເປັນ. ຄວາມໄວ ແລະ ຄວາມແນ່ນອນໃນການອ້າງສິດເຫຼົ່ານີ້ເຮັດໃຫ້ເກີດຄຳຖາມທີ່ສຳຄັນກ່ຽວກັບເຫດຜົນ ແລະ ຈຸດປະສົງ, ເຊິ່ງເຫດການແບບນີ້ບໍ່ແມ່ນເລື່ອງໃໝ່, ຜູ້ທີ່ສັງເກດການຈະຈົດຈໍາກ່ຽວກັບເຫດການໂຈມຕີແບບນີ້ທີ່ Pulwama ໃນປີ 2019 ທີ່ຍັງບໍ່ທັນຮູ້ຄວາມຈິງຢ່າງຈະແຈ້ງເທື່ອ, ແຕ່ສື່ມວນຊົນ ແລະ ນັກການເມືອງໄດ້ສ້າງຄວາມຕື່ນເຕັ້ນເກີດຂຶ້ນຕາມເປົ້າໝາຍຂອງຕົນ, ທັງຊີ້ນຳໃຫ້ປະຊາຊົນເອົາໃຈໃສ່ແຕ່ການຕໍ່ສູ້ກັບພາຍນອກ, ແທນທີ່ຈະສຸມໃສ່ແກ້ໄຂບັນຫາພາຍໃນຂອງຕົນ.
ແຕ່ການແກ້ໄຂກ່ຽວກັບເຫດການດັ່ງກ່າວ ໄດ້ຊີ້ໃຫ້ເຫັນຄວາມຫນ້າເປັນຫ່ວງຫຼາຍກວ່ານັ້ນ. ກ່ອນໜ້າທີ່ຈະເກີດການໂຈມຕີຂອງຜູ້ກໍ່ການຮ້າຍຫຼາຍຄັ້ງທີ່ປາກິດສະຖານ ເຊັ່ນ: ຢູ່ Mianwali ໃນເດືອນພະຈິກ 2023, ຢູ່ Karachi ໃນເດືອນຕຸລາ 2024, ແລະ ການລະເບີດລົດໄຟດ່ວນ Jafar Express, ສື່ສັງຄົມລາຍຫຼາຍແຫ່ງໄດ້ໂພສຂໍ້ຄວາມທີ່ເຊື່ອມໂຍງກັບປະເທດອື່ນໃນການເຄື່ອນໄຫວທີ່ກ່ຽວຂ້ອງ ແລະ ຄາດເດົາໄວ້ລ່ວງໜ້າວ່າຈະມີເຫດການດັ່ງ ກ່າວເກີດຂຶ້ນ. ນັກວິເຄາະກ່າວວ່າ ເຫດການເຫຼົ່ານີ້ບໍ່ແມ່ນເລື່ອງບັງເອີນ, ແຕ່ເປັນສັນຍານຂອງຮູບແບບທີ່ມີຄວາມຮຸນແຮງ ຫຼື ການແຈ້ງບອກເລື່ອງອ້ອມຕົວທີ່ຖືກໃຊ້ເປັນອາວຸດເພື່ອຄວາມໄດ້ປຽບທາງດ້ານຍຸດທະສາດ.
ກອງທັບປາກິດສະຖານ ໄດ້ເປີດເຜີຍຕົວເລກທີ່ຈະແຈ້ງວ່າ: ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ ມີເຫດການກໍ່ການຮ້າຍຫລາຍກວ່າ 3,700 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເກືອບ 3,900 ຄົນ. ມີຜູ້ກໍ່ການຮ້າຍຫລາຍກວ່າ 1,600 ຄົນ ຈາກການດໍາເນີນການທັງໝົດຫລາຍກວ່າ 77,000 ຄັ້ງ. ອາຊີໃຕ້ ເຊິ່ງເປັນທີ່ຢູ່ຂອງປະຊາກອນຫລາຍກວ່າ 20% ຂອງປະຊາກອນໂລກ ກໍາລັງປະເຊີນໜ້າກັບການລົງໂທດທີ່ມີຄວາມທ້າທາຍທີ່ບໍ່ໄດ້ຈໍາກັດຢູ່ພຽງໃນເຂດຂັດແຍ້ງກັນເທົ່ານັ້ນ.
ບາງຄັ້ງສິ່ງທີ່ໜ້າເປັນຫ່ວງທີ່ສຸດ ຄືການສົ່ງສັນຍານຢ່າງເປີດເຜີຍຂອງປະເທດໃກ້ຄຽງເຖິງຄວາມເຕັມໃຈຈະຍຸດຕິສົນທິສັນຍານ່ານນໍ້າສິນທຸ (IWT) ເຊິ່ງເປັນຂໍ້ຕົກລົງແບ່ງປັນນໍ້າສໍາຄັນທີ່ຖືກຈັດຕັ້ງໃນປີ 1960. ສົນທິສັນຍານີ້ໄດ້ຮັບຜົນສໍາເລັດຈາກການຜ່ານຜ່ານຄວາມຂັດແຍ້ງກັນດ້ານກໍາລັງແຮງ ແລະ ຄວາມບໍ່ສະຖຽນລະພາບທາງການເມືອງເປັນເວລາເກືອບ 6 ທົດສະວັດ. ເຖິງວ່າສະພາບໂຄງລ່າງພື້ນຖານຂອງອິນເດຍຍັງບໍ່ສາມາດດັດທິດທາງຂອງນໍ້າຈາກຕົ້ນນໍ້າໄດ້ຢ່າງສົມບູນ, ແຕ່ໂຄງການກໍ່ສ້າງເຂື່ອນໄຟຟ້າແຫ່ງໃໝ່ທີ່ເພີ່ມຂຶ້ນ ແລະ ບັນຫາອື່ນໆ ທີ່ມີລັກສະນະບໍ່ສ້າງສັນອາດເຮັດໃຫ້ປະເທດໃກ້ຄຽງເປັນຫ່ວງຈະເກີດຄວາມບໍ່ໝັ້ນຄົງຢ່າງເລິກເຊິ່ງ ຖ້າຫາກການກະທຳແບບນີ້ຖືກຍອມຮັບເປັນຂໍ້ຍົກເວັ້ນອາດຈະເປັນການເປີດທາງໃຫ້ປະເທດອື່ນໆ ໃນທະວີບອາຟຣິກາ, ອາເມຣິກາໃຕ້ ແລະ ອາຊີອາຄະເນລະເມີດຂໍ້ຕົກ ລົງດ້ານນໍ້າທີ່ຄ້າຍຄືກັນກໍເປັນໄດ້.
ປາກິດສະຖານມີທ່າທີລະມັດລະວັງ ແລະ ໄດ້ເນັ້ນຢໍ້າວ່າຈະບໍ່ກໍ່ໃຫ້ເກີດຄວາມຂັດແຍ້ງ. ຂະນະທີ່ ທ່ານ Ishaq Dar ຮອງນາຍົກລັດຖະມົນຕີປາກິດສະຖານ ໄດ້ກ່າວຊີ້ແຈງວ່າ: ສົງຄາມໃດໆ ທີ່ເກີດຂຶ້ນຈະຕ້ອງປະເຊີນໜ້າກັບກໍາລັງທີ່ເດັດຂາດ ແລະ ຢືນຢັນວ່າ ອໍານາດອະທິປະໄຕຂອງປະເທດບໍ່ສາມາດຕໍ່ລອງກັນໄດ້. ຢ່າງໃດກໍຕາມ, ການຕອບສະໜອງທົ່ວໂລກສ່ວນໃຫຍ່ຍັງຄົງມິດງຽບຢູ່. ຂະນະທີ່ການຮ່ວມມືລະຫວ່າງອາເມຣິກາ-ອິນເດຍທີ່ເພີ່ມທະວີຂຶ້ນຖືກເບິ່ງວ່າເປັນການອອກແບບມາເພື່ອຕ້ານຄວາມເຂັ້ມແຂງຂອງຈີນ ເທົ່ານັ້ນ, ເຊິ່ງມີຜົນປະໂຫຍດໃນໄລຍະສັ້ນ ແລະ ມີຄວາມສ່ຽງໃນໄລຍະຍາວທີ່ຈະນຳໄປສູ່ການສູນເສຍຄວາມໝັ້ນຄົງໃນອາຊີໃຕ້ ແລະ ທຳລາຍຄວາມໝັ້ນໃຈຕໍ່ລະບຽບການສາກົນ.
ກົງກັນຂ້າມ, ຈີນຮຽກຮ້ອງໃຫ້ສອງຝ່າຍທີ່ກ່ຽວຂ້ອງມີການກວດສອບບັນຫາທີ່ເປັນຂໍ້ຂັດແຍ້ງກັນຢ່າງເປັນກາງ ແລະ ການສະໜັບສະໜູນວິທີຈັດຕັ້ງປະຕິບັດທີ່ເປັນກາງຫຼາຍຂຶ້ນກວ່າເກົ່າ ເພື່ອແກ້ໄຂບັນຫາໃຫ້ໄດ້ໂດຍໄວ້, ຖ້າຫາກ ບໍ່ມີຫຍັງປິດບັງກໍຄວນຍິນດີຮ່ວມກັນຮັບການກວດສອບຈາກສາກົນກ່ຽວກັບເຫດການໃນ Pahalgam. ຂະນະທີ່ພະນັກງານ ແລະ ສື່ມວນຊົນຕ້ອງເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ, ບໍ່ສ້າງຄວາມຄຽດຊັງຈາກຖ້ອຍຄຳທີ່ບໍ່ສຸພາບ ແລະ ອື່ນໆ.
ຂະນະທີ່ຫລາຍປະເທດສະແດງຄວາມເປັນຫ່ວງ ແລະ ສະໜັບສະໜູນປາກິດສະຖານ-ອິນເດຍ ແກ້ໄຂບັນຫາຮ່ວມກັນຢ່າງສັນຕິ ດ້ວຍການເຈລະຈາ ແລະ ຮ່ວມກັນສືບຫາຄວາມຈິງກ່ຽວກັບເຫດການທີ່ເກີດຂຶ້ນ ເພາະຫຼາຍຝ່າຍສະແດງຄວາມເຫັນວ່າ ຄວາມຂັດແຍ້ງບໍ່ເປັນຜົນດີຕໍ່ຜົນປະໂຫຍດພື້ນຖານຂອງ 2 ຝ່າຍ ແລະ ອາດເປັນອັນຕະລາຍຕໍ່ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ.
ໂລກໄດ້ເຫັນແລ້ວວ່າ ຄວາມຜິດພາດທາງດ້ານຍຸດທະສາດ ຫຼື ການຍຸແຍ່ໃນອາຊີໃຕ້ສາມາດລຸກລາມເປັນໄພຂະໜາດໃຫຍ່ໄດ້. ຖ້າເກີດເຫດການແບບ Pulwama ຫຼື Balakot ອີກຄັ້ງ ຈະເຮັດໃຫ້ເກີດຄວາມບໍ່ໝັ້ນຄົງທີ່ເລິກເຊິ່ງກວ່າເກົ່າ. ສິ່ງທີ່ພາກພື້ນຕ້ອງການຢ່າງຍິ່ງຄືການຢຸດການໃຊ້ຄວາມຮຸນແຮງ, ການເຈລະຈາ ແລະ ການເພີ່ມທະວີການຮ່ວມມື, ຫາກບໍ່ແມ່ນການເດີນຂະບວນໄປສູ່ການຜະເຊີນໜ້າກັນ.

