ພິທີສະເຫຼີມສະຫຼອງເຂື່ອນໄຟຟ້ານໍ້າເທີນ2 ຄົບຮອບ 15 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນວັນທີ 30 ເມສາ ຜ່ານມາ ນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະຜູ້ລິຫານເຂື່ອນໄຟຟ້ານໍ້າເທີນ2 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກ່ອນໜ້ານີ້ 15 ປີ, ບົນພື້ນຖານການຈັດຕັ້ງຜັນຂະຫຍາຍແນວທາງຫັນເປັນອຸດສາຫຫະກໍາ ແລະ ທັນສະໄໝຂອງພັກ, ໂຄງການກໍ່ສ້າງເຂື່ອນໄຟຟ້າເທີນ 2 ຊຶ່ງແມ່ນໂຄງການພັດທະນາພະລັງງານໄຟຟ້າຂະໜາດໃຫຍ່ ແລະ ມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄດ້ເລີ່ມດໍາເນີນການຜະລິດກະແສໄຟຟ້າຢ່າງເປັນທາງການ. ໂຄງການພັດທະນາເຂື່ອນໄຟຟ້ານໍ້າເທີນ 2 ແມ່ນເປັນໂຄງການພັດທະນາທີ່ສໍາຄັນ ແລະເປັນໂຄງການບຸລິມະສິດໜຶ່ງ ໃນຂະບວນການພັດທະນາອຸດສາຫະກຳພະລັງງານ, ພາຍໃຕ້ນະໂຍບາຍເປີດກວ້າງການຮ່ວມມື ແລະ ການລົງທຶນກັບຕ່າງປະເທດ ແລະກໍໄດ້ກາຍເປັນໂຄງການຕົວແບບ ໃນການພັດທະນາພະລັງງານໄຟຟ້າຢູ່ໃນ ສປປລາວ.
ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ໃນຖານະທີ່ແມ່ນຂະແໜງການຄຸ້ມຄອງມະຫາພາກ, ພວກເຮົາສາມາດຢືນຢັນໄດ້ວ່າ:ໂຄງການພັດທະນາເຂື່ອນໄຟຟ້ານໍ້າເທີນ 2 ແມ່ນໂຄງການພັດທະນາອຸດສາຫະກຳພະລັງງານໄຟຟ້າ ທີ່ເຄື່ອນໄຫວຖືກຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃນໄລຍະໃໝ່; ແມ່ນໂຄງການພັດທະນາ ທີ່ມີຮູບແບບການດຳເນີນການຜະລິດ-ທຸລະກິດ ມີປະສິດທິຜົນສູງ, ກາຍເປັນສ່ວນປະກອບທີ່ສໍາຄັນ ແລະ ມີລັກສະນະເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ.
ຜົນງານທີ່ມີຄວາມສໍາຄັນອີກປະການໜຶ່ງຊຶ່ງເຂື່ອນໄຟຟ້ານໍ້າເທີນ 2 ຍາດມາໄດ້ໃນຕະຫຼອດໄລຍະ 15 ປີທີ່ຜ່ານມາ ກໍແມ່ນການປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໂດຍສະເພາະແມ່ນ ຢູ່ໃນຂອບເຂດບໍລິເວນອ້ອມຂ້າງໂຄງການ; ການປະກອບສ່ວນເຂົ້າໃນການປະຕິບັດແຜນຍຸດທະສາດກ່ຽວກັບການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ການເຮັດວຽກງານ 3 ສ້າງ.
ທີ່ມາ: ສູນຂ່າວພະລັງງານ ແລະ ບໍ່ແຮ່






