ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ຂໍ່ານັບຮັບຕ້ອນ 03 ວັນປະຫວັດສາດ ແລະ ສະເຫຼີມສະຫຼອງວັນກໍາມະກອນສາກົນຄົບຮອບ 139 ປີ

May 6, 2025

ກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ຂໍ່ານັບຮັບຕ້ອນ 03 ວັນປະຫວັດສາດ ແລະ ສະເຫຼີມສະຫຼອງວັນກໍາມະກອນສາກົນ ( 01 ພຶດສະພາ 1886 – 01 ພຶດສະພາ 2025 ) ຄົບຮອບ 139 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2025 ກິດຈະກໍາດັ່ງກ່າວໂດຍທີ່ສະຫະພັນກໍາມະບານແຂວງຄໍາມ່ວນຮ່ວມກັບອໍານາດການປົກຄອງຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເຕົ້າໂຮມກັນຢູ່ທີ່ໂຮງແຮມຣີເວີເຣຍ ເຊິ່ງເບື້ອງຕົ້ນໃນເວລາ 05 ໂມງເຊົ້າແມ່ນໄດ້ມີການກ່າວຈຸດປະສົງຂອງການຈັດງານ ແລະ ກ່າວມີຄໍາເຫັນຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໂດຍມີບັນດາທ່ານໃນຄະນະການນໍາຂັ້ນແຂວງ, ຕາງໜ້າພະແນກການ, ບັນດາສະມາຄົມ, ສະໂມສອນຂີ່ລົດຖີບພາຍໃນແຂວງຄໍາມ່ວນ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ບໍລິຄໍາໄຊຕະຫຼອດເຖິງບຸກຄົນທີ່ມີຄວາມສົນໃຈ ແລະ ຮັກໃນກິລາຂີ່ລົດຖີບເຂົ້າຮ່ວມກິດຈະກໍາເປັນຈໍານວນຫຼາຍ .
ຈາກນັ້ນຂະບວນຂີ່ລົດຖີບແມ່ນໄດ້ເລີ່ມເຄື່ອນອອກຈາກໂຮງແຮມຣີເວີເຣຍໄປຕາມຖະໜົນອຸ່ນຄໍາ ( ເສັ້ນທາງບ້ານນາເມືອງ ) ແລ້ວມຸ້ງໜ້າຂຶ້ນໄປຕາມເສັ້ນທາງເລກທີ 13 ໃຕ້ໂດຍມີຈຸດໝາຍປາຍທາງຢູ່ທີ່ສະຖານທີ່ທ່ອງທ່ຽວຂຸນກອງແລງໂດຍມີໄລຍະທາງທັງໝົດ 50 ກວ່າກິໂລແມັດໂດຍນໍາຂະບວນໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນພ້ອມຄະນະ. ເຊິ່ງຕະຫຼອດໄລຍະທາງຂອງການຂີ່ລົດຖີບແມ່ນມີຈຸດພັກລົດເພື່ອໃຫ້ຜູ້ທີ່ເຂົ້າຮ່ວມຂະບວນໄດ້ມີການຢຸດພັກເພື່ອດື່ມນໍ້າເຊິ່ງລວມທັງໝົດ 04 ຈຸດຄື : ຈຸດທີ 01 ຫ້ອງການເຂດເສດຖະກິດພິເສດຄໍາມ່ວນ , ຈຸດທີ 02 ກອງພັນທີ 06 , ຈຸດທີ 03 ບໍລິເວນໂນນພູຄອຍຊູ້ ແລະ ຈຸດທີ 04 ບ້ານທ່າໝີ ເມືອງຫີນບູນ .