ໃນໂອກາດທີ່ຄະນະຜູ້ແທນຈາກກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກໍາປູເຈຍ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 30 ເມສາ – 3 ພຶດສະພາ 2025 ນີ້, ໃນວັນທີ 2 ພຶດສະພາ ຜ່ານມາ ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ກັບ ຄະນະຜູ້ແທນກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກໍາປູເຈຍ ຂຶ້ນ ທີ່ນະຄອນຫຼວງວຽງຈັນ. ຝ່າຍລາວມີ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກປ; ຝ່າຍຣາຊະອານາຈັກກໍາປູເຈຍ ມີ ທ່ານ ດິດ ທີນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມ, ສອງຝ່າຍໄດ້ປືກສາຫາລືກັນຫຼາຍບັນຫາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທັງໄດ້ລາຍງານສະພາບດ້ານວຽກງານທີ່ກ່ຽວຂ້ອງໃຫ້ກັນ ແລະ ກັນຊາບ, ໄດ້ຕີລາຄາສູງຕໍ່ສາຍພົວພັນ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ເພື່ອສົ່ງເສີມການຮ່ວມມືຂອງຂະແໜງການ ແລະ ເພື່ອຄົ້ນຫາທ່າແຮງໃນການລົງທຶນການຜະລິດ ປັດໄຈການຜະລິດກະສິກຳ, ລວມທັງເປັນການສົ່ງເສິມການລົງທຶນ ແລະ ການຄ້າກະສິກໍາລະຫວ່າງສອງປະເທດ. ທັງສອງຝ່າຍໄດ້ປຶກສາຫາລືກັນ ກ່ຽວກັບວຽກງານການແລກປ່ຽນບົດຮຽນ ແລະ ປະສົບການດ້ານສະຫະກອນກະສິກໍາ, ການຜະລິດເຂົ້າເປັນສິນຄ້າ, ການຊຸກຍູ້ສົ່ງເສີມພາກເອກະຊົນເພື່ອລົງທຶນດ້ານກະສິກໍາ, ການອໍານວຍຄວາມສະດວກດ້ານການຄ້າກະສິກໍາ, ການປະມົງນໍ້າຈືດ ແລະ ສັດນໍ້າ, ການອະນຸລັກປ່າໄມ້ ແລະ ຊີວະນາໆພັນ, ໂດຍສະເພາະ ປາໂລມານໍ້າຈືດ ແລະ ອື່ນໆ. ພ້ອມນີ້, ໄດ້ເນັ້ນໜັກໃສ່ການຮ່ວມມື ແລະ ແລກປ່ຽນບົົດຮຽນ ຂອງພາກເອກະຊົນໃນການສະໜອງປັດໄຈການຜະລິດ ໂດຍສະເພາະ ການຜະລິດຝຸ່ນປຸ໋ຍທີ່ ສປປ ລາວ ມີທ່າແຮງ.
ໃນໂອກາດນີ້ ທ່ານ ລິນຄໍາ ດວງສະຫວັນ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ດິດ ທີນ່າ ທີ່ໃຫ້ກຽດມາເຮັດວຽກ ແລະ ເປັນປະທານຮ່ວມໃນກອງປະຊຸມຄັ້ງນີ້ ແລະ ຂໍຮຽກຮ້ອງໃຫ້ສອງກະຊວງຂອງພວກເຮົາ ກໍຄື: ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກໍາປູເຈຍ ຈົ່ງສືບຕໍ່ເພີ່ມທະວີການຮ່ວມມື ການສົ່ງເສີມການພັດທະນາຂະແໜງກະສິກໍາ, ປ່າໄມ້ ແລະ ປະມົງ ໃຫ້ມີຄວາມຍືນຍົງ ບົນພື້ນຖານ ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຕິດພັນກັບ ການສ້າງລາຍຮັບໃຫ້ກັບປະຊາຊົນທັງສອງປະເທດ ກໍຄື ການສ້າງພື້ນຖານເສດຖະກິດ ຂອງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ນັບມື້ ນັບອຸດົມສົມບູນຂຶ້ນເລື້ອຍໆ.
ທີ່ມາ: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດ




