ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດລາວ ປະຈໍາຣັດເຊຍ ພົບປະກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ

May 6, 2025

ໃນວັນທີ 2 ພຶດສະພາ 2025 ຜ່ານມາ, ທ່ານ ສີພັນດອນ ອ້ອຍບົວບຸດດີ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ຣັດເຊຍ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ຕິດຕາມການຫັດແອບ ແລະ ພົບປະກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມ ພິທີສະເຫລີມສະຫລອງເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ທີ່ນະຄອນຫລວງມົດສະກູ ສ ຣັດເຊຍ.
ພາຍຫລັງຕິດຕາມການຫັດແອບ ແລະ ຮັບຟັງການລາຍງານຫຍໍ້ ຈາກຄະນະຊີ້ນຳກ້ອນກຳລັງສວນສະໜາມ ທ່ານເອກອັກຄະລັດຖະທູດ ໄດ້ລົງກວດກາສະຖານທີ່ພັກເຊົາ, ຫ້ອງອາຫານ ແລະ ພົບປະໂອ້ລົມກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ເຊິ່ງທ່ານໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກສະຫາຍທີ່ໄດ້ສູ້ຊົນຫັດແອບຢ່າງຕັ້ງໜ້າບຸກບືນ, ທຸ້ມເທ້ຜ່ານຜ່າອຸປະສັກນາໆປະການ, ພ້ອມທັງອວຍພອນໄຊໃຫ້ກ້ອນກຳລັງສວນສະໜາມ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນເຮັດສຳເລັດໜ້າທີ່ທີ່ ພັກ-ລັດ ມອບໝາຍໃຫ້ສຳເລັດຢ່າງຈົບງາມ.
ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານຍັງໄດ້ນຳເອົາວັດຖຸປັດໄຈຈຳນວນໜຶ່ງ ມາມອບໃຫ້ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ເຊິ່ງຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ພ້ອມທັງກ່າວສະເເດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ທ່ານເອກອັກຄະລັດຖະທູດ ພ້ອມຄະນະ ທີ່ຍາມໃດກໍເປັນຫ່ວງເປັນໃຍ, ຊຸກຍູ້ໃຫ້ກຳລັງໃຈກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ: ຈະນຳພາ-ຊີ້ນຳກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ຈັດຕັ້ງຝຶກແອບເດີນສວນສະໜາມ ໃຫ້ໄດ້ຄຸນນະພາບ ແລະ ເຂົ້າຮ່ວມພິທີດັ່ງກ່າວຢ່າງມີຜົນສຳເລັດຕາມການຈັດຕັ້ງພັກ-ລັດ ມອບໝາຍໃຫ້.