ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າເມືອງຫົງສາ ລົງຕິດຕາມກວດກາເບິ່ງການສ້ອມແປງຂົວເບເລ ນ້ຳແກນ 1 ( ບ້ານສີບຸນເຮືອງ )

May 6, 2025

ວັນທີ 5 ພຶດສະພາ 2025 ນີ້, ທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ ພ້ອມດ້ວຍທ່ານ ອ່ອນຈັນ ບຸນຍາວົງ ຮອງເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ໄດ້ລົງຕິດຕາມກວດກາເບິ່ງການສ້ອມແປງຂົວເບເລ ນ້ຳແກນ 1 ( ບ້ານສີບຸນເຮືອງ ).
ໂຄງການສ້ອມແປງປ່ຽນຖ່າຍຊິ້ນສ່ວນຂົວເບເລ ແລະ ກໍ່ສ້າງອາຄານຂ້າມຂົວນ້ຳແກນ 1 ( ບ້ານສີບຸນເຮືອງ ) ມີລວງຍາວທັງໝົດ 52 ແມັດ, ກວ້າງ 4,5 ແມັດ, ໂດຍແມ່ນບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າກໍ່ສ້າງທັງໝົດ 668 ລ້ານກວ່າກີບ, ເຊິ່ງໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 4 ພຶດສະພາ 2025 ນີ້ ແລະ ຄາດວ່າຈະໃຫ້ສໍາເລັດໃນເດືອນ ກໍລະກົດ ທີ່ຈະມາເຖິງນີ້, ເຊິ່ງໂຄງການດັ່ງກ່າວແມ່ນນໍາໃຊ້ແຫຼ່ງທຶນສະໜັບສະໜູນຈາກ ບໍລິສັດໄຟຟ້າຫົງສາ ຈໍາກັດ
ຂ່າວ-ພາບ: ຖວທ ເມືອງຫົງສາ