ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫລອງຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ

May 6, 2025

ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂຄອີຊືມິ ຊືໂຕມຸ ເອກອັກຄະຣາຊະທູດແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ບີລານ ໂອຣັງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ, ທ່ານ ທີໂມຕີ ອາມສຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ວຽກງານການໃຫ້ວັກຊີນກັນພະຍາດຂອງ ສປປ ລາວ ແມ່ນເລີ່ມແຕ່ປີ 1982 ເປັນຕົ້ນມາ ການຈົດບັນທຶກ, ການລາຍງານແມ່ນຈົດບັນທຶກໃສ່ເຈ້ຍທັງໝົດ. ມາຮອດປີ 2015 ກະຊວງສາທາລະນະສຸກ ຈຶ່ງໄດ້ນໍາເອົາລະບົບ DHIS2 ເຂົ້າມານໍາໃຊ້ເພື່ອເກັບກໍາຂໍ້ມູນຕົວຊີ້ບອກ ຂອງກະຊວງສາທາລະນະສຸກ ຊຶ່ງເປັນບາດກ້າວຫັນປ່ຽນທີ່ສໍາຄັນ ແລະ ເຮັດໃຫ້ພະນັກງານມີຄວາມສະດວກສະບາຍໃນການບັນທຶກ, ລາຍງານດີຂຶ້ນກວ່າເກົ່າ. ຢ່າງໃດກໍຕາມໃນໄລຍະ 4-5 ປີຜ່ານມາ ຍັງພົບຂໍ້ຫຍຸ້ງຍາກຫລາຍຢ່າງ ໂດຍສະເພາະການຕົກຫລົ່ນຂອງຂໍ້ມູນທີ່ຈຸດບໍລິການຢູ່ບາງແຫ່ງທີ່ມີເດັກມາຮັບບໍລິການເປັນຈໍານວນຫລາຍໃນແຕ່ລະມື້, ແຕ່ຍັງບໍ່ສາມາດຈົດບັນທຶກ ແລະ ລາຍງານໄດ້ທັນກັບເວລາ. ລະບົບການບັນທຶກຂໍ້ມູນວັກຊີນກັນພະຍາດ ຂອງ ສປປ ລາວ ໄດ້ມີການປ່ຽນແປງອັນສໍາຄັນອີກຄັ້ງຄື: ການນໍາໃຊ້ລະບົບລົງທະບຽນແບບເອເລັກໂຕຣນິກ ຫລື ລະບົບ EIR ເຂົ້າມາເກັບກໍາສະຖິຕິການຮັບວັກຊີນຂອງເດັກນ້ອຍແຕ່ລະຄົນ.
ການນໍາໃຊ້ລະບົບເອເລັກໂຕຣນິກ ຫລື ລະບົບດີຈິຕອນເຂົ້າມາຊ່ວຍໃນການບັນທຶກ, ວິເຄາະ, ລາຍງານຂໍ້ມູນແມ່ນທິດທາງຂອງກະຊວງສາທາລະນະສຸກ ກໍຄື ສປປ ລາວ ທີ່ຕ້ອງການກ້າວໄປສູ່ຄວາມທັນສະໄໝ ເທື່ອລະກ້າວ. ລະບົບ DHIS2 ຈະຊ່ວຍຫລຸດປະລິມານວຽກ, ຫລຸດຂໍ້ຜິດພາດໃນການບັນທຶກຈົດແຕ້ມ ໃຫ້ແກ່ພະນັກງານຜູ້ປະຕິບັດຕົວຈິງໃນທຸກຂັ້ນ ເຮັດໃຫ້ຂໍ້ມູນມີຄວາມວ່ອງໄວ, ມີຄຸນນະພາບ, ມີຄວາມປອດໄພ ແລະ ສ່ອງແສງໃຫ້ເຫັນສະພາບຂອງບັນຫາດ້ານສາທາລະນະສຸກຢ່າງຖືກຕ້ອງ ແລະ ຊັດເຈນທີ່ສຸດ, ຜູ້ບໍລິຫານແຕ່ລະຂັ້ນຈະສາມາດນໍາເອົາຂໍ້ມູນໃນລະບົບທັນສະໄໝນີ້ໄປນຳໃຊ້, ວິເຄາະ-ວິໄຈ ແລະ ວາງແຜນແກ້ໄຂບັນຫາໄດ້ຢ່າງຖືກຈຸດ ແລະ ມີປະສິດທິພາບ ຊຶ່ງຈຸດປະສົງຂອງລະບົບລົງທະບຽນການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ ເພື່ອຫລຸດຜ່ອນການນໍາໃຊ້ເອກະສານໃຫ້ໜ້ອຍລົງເທື່ອລະກ້າວ ຈະຊ່ວຍຫລຸດປະລິມານວຽກການຈົດບັນທຶກ ແລະ ການພິມລາຍງານຂອງພະນັກງານຜູ້ປະຕິບັດວຽກງານຕົວຈິງໃນແຕ່ລະຈຸດບໍລິການ; ຫລຸດຜ່ອນຂໍ້ຜິດພາດໃນການບັນທຶກ, ການລາຍງານຈາກການສັງຮວມບັນດາເອກະສານທີ່ມີເປັນຈໍານວນຫລາຍ; ຫລຸດຜ່ອນງົບປະມານຈໍານວນຫລາຍ ໃນການຈັດພິມບັນດາແບບຟອມຕ່າງໆ ຊຶ່ງການພິມຄັ້ງໜຶ່ງແມ່ນໃຊ້ງົບປະມານຈໍານວນຫລວງຫລາຍ ແລະ ກໍຍັງພົບບັນຫາຂໍ້ມູນບໍ່ຊັດເຈນ.
ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອດ້ານງົບປະມານ, ອຸປະກອນ ແລະ ວິຊາການໃນການຈັດຕັ້ງປະຕິບັດຈົນເຫັນຜົນເປັນຮູບປະທໍາ ນັບແຕ່ປີ 2023 ເປັນຕົ້ນມາ.
ຂ່າວ: ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ