ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມກວດກາການບູລະນະ ເຮືອນພັກຂອງ ທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ທີ່ບ້ານໜອງປີງ ເມືອງບົວລະພາ ໃນວັນທີ 5 ພຶດສະພາ 2025 ໂດຍການພາທາງຂອງ ທ່ານ ພັອ ຄໍາສິງ ນົນທະສອນ ເຈົ້າເມືອງໆບົວລະພາ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ.
ຈຸດປະສົງ ກໍເພື່ອກວດກາຄວາມຄືບໜ້າການບູລະນະ ເຮືອນພັກອະດີດການນໍາຂັ້ນສູງຂອງລາວ ທີ່ເຄີຍເຄື່ອນໄຫວປະຕິວັດ ໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ໃຫ້ຄົງໄວ້ເປັນອະນຸສອນຕະຫລອດໄປ, ໂດຍແຂວງໄດ້ມອບງົບປະມານຈໍານວນໜຶ່ງໃຫ້ເມືອງບົວລະພາ ໃນການຈັດຕັ້ງປະຕິບັດ ເພື່ອປັບປຸງປົວແປງຄືນໃໝ່ ໂດຍສະເພາະ ໂຄງສ້າງຫລັງຄາ ແລະ ພື້ນຖານໂຄງລ່າງພາຍໃນຂອງເຮືອນພັກ. ໃນການລົງຕິດຕາມກວດກາຄັ້ງນີ້ ເຈົ້າແຂວງໆຄໍາມ່ວນຍັງໄດ້ຊີ້ນໍາ ໃຫ້ພາກສ່ວນກ່ຽວຂ້ອງຂັ້ນເມືອງ ສືບຕໍ່ເອົາໃຈໃສ່ ເພື່ອປັບປຸງສະພາບແວດລ້ອມ ບໍລິເວນອ້ອມຂ້າງເຮືອນ ພ້ອມທັງກໍານົດຂອບເຂດເນື້ອທີ່ ເພື່ອອອກໃບຕາດິນ ແລະ ສ້າງກຳແພງອື່ນໆ ໃຫ້ມີຄວາມສົມບູນຂຶ້ນຕື່ມ.
ໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ເຄື່ອນໄຫວເບິ່ງເສັ້ນທາງຕາມການສະເໜີ ຂອງເມືອງ ເພື່ອສ້ອມແປງປັບປຸງຍົກລະດັບ ເປັນທາງດິນແດງ ໃຫ້ສາມາດທຽວໄປ-ມາໄດ້ສະດວກ ແຕ່ບ້ານຫຍ້າແວດ ຫາບ້ານທາງແບ່ງນໍ້າຈາຫລາ ທີ່ມີຄວາມຍາວປະມານ 35 ກິໂລແມັດ.
ຂ່າວ: ມະນີວັນ




