ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາລືກຳນົດຈຸດທີ່ຕັ້ງຜັງບ້ານຈັດສັນໃໝ່.

May 6, 2025

ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2025, ໄດ້ຈັດກອງປະຊຸມປຶກສາຫາລືການກຳນົດຈຸດທີ່ຕັ້ງຂອງຜັງບ້ານຈັດສັນໃໝ່ ສ່ວນໜຶ່ງຂອງບ້ານຄົກແອກເມືອງຫົງສາ ທີ່ຖືກຜົນກະທົບຈາກເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງ, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ, ມີທ່ານ ສົມສະໄຫວ ເລັ່ງສະຫວັດ ທີ່ປຶກສາບໍລິສັດພອນສະຫວັນພັດທະນາຈຳກັດຜູ້ດຽວ (PVD), ມີຕາງໜ້າສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫົງສາ, ມີທ່ານ ສົມໂພດ ສະຫວັດດີໄຊ ຜູ້ຊີ້ນຳໂຄງການຂອງບໍລິສັດ PSGC Lao, ມີໜ່ວຍງານຍົກຍ້າຍຈັດສັນຂອງແຂວງ, ຂະແໜງການທີ່ກ່ຽວຂ້ອງຂອງເມືອງ ແລະ ນາຍບ້ານຄົກແອກເຂົ້າຮ່ວມ.
ທ່ານ ລາຕີ ສຸດທະວົງສາ ວິຊາການອອກແບບບໍລິສັດ PSGC Lao ໄດ້ຂຶ້ນນໍາສະເໜີ ກ່ຽວກັບ ຈຸດທີ່ຕັ້ງຂອງບ້ານຄົກແອກ, ເງື່ອນໄຂທີ່ໃຊ້ໃນການອອກແບບ, ຜົນຂອງການເກັບກຳຂໍ້ມູນ ແລະ ການອອກແບບຜັງບ້ານ, ບ່ອນຖິ້ມຂີ້ເຫຍື້ອ ແລະ ປ່າຊ້າ, ຕາມການລົງສຳຫຼວດ ແລະ ເກັບກຳຂໍ້ມູນເບື້ອງຕົ້ນສຳລັບຈຸດທີ່ຈະປັບເປັນຜັງບ້ານໃໝ່ ໃຫ້ຄອບຄົວທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງ ມີ ຈຳນວນ 3 ຈຸດ, ຈຳນວນຄອບຄົວຖືກຜົນກະທົບຕາມການເກັບກຳຂໍ້ມູນເບື້ອງຕົ້ນມີ 12 ຄອບຄົວ, ຈຳນວນ 57 ຄົນ, ຍິງ 23 ຄົນ, ໃນໂອກາດນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການກຳນົດຈຸດທີ່ຕັ້ງຂອງຜັງບ້ານໃໝ່ຂອງປະຊາຊົນທີ່ຖືກຜົນກະທົບ ລວມໄປເຖິງບ່ອນຖິ້ມຂີ້ເຫຍື້ອ, ປ່າຊ້າ, ດ້ານພື້ນຖານໂຄງລ່າງຕ່າງໆ ເພື່ອເຮັດໃຫ້ແທດເໝາະກັບສະພາບຕົວຈິງ, ມີຄວາມສະດວກສະບາຍກວ່າເກົ່າ, ມີຄວາມປອດໄພຕໍ່ຜູ້ຢູ່ອາໄສ, ສາມາດຮອງຮັບໃນການພັດທະນາໃນອານາຄົດໄດ້, ເຊິ່ງກອງປະຊຸມໄດ້ເປັນເອກະພາບກັນສືບຕໍ່ລົງກວດກາສະຖານທີ່ຕົວຈິງເພື່ອກຳນົດຈຸດທີ່ຕັ້ງຂອງຜັງບ້ານໃໝ່ອີກຄັ້ງໜຶ່ງຈຶ່ງຈະໄດ້ອອກແບບລະອຽດ ແລະ ຈັດຕັ້ງປະຕິບັດແຜນວຽກຕໍ່ໄປ.
ຂ່າວ-ພາບ: ຖວທ ຫົງສາ