ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຖົມນິເທດໂຄງການລາງວັນຮອນດ້າ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2025

May 7, 2025

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຮ່ວມກັບ ຄະນະວິສະວະກໍາສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມປະຖົມນິເທດກ່ຽວກັບໂຄງການລາງ ວັນຮອນດ້າ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈຳປີ 2025 ສຳລັບ ຄວສ ຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ສະໂມສອນຄະນະດັ່ງກ່າວ ໂດຍການເປັນປະທານຂອງທ່ານ ຈັນຄະຈອນ ສອນມະນີວົງ ຮອງຄະນະບໍດີ ຄວສ ຄະນະກຳມະການໂຄງການມູນນິທິຮອນດ້າ ປະຈຳປີ 2025, ມີຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນຄະຈອນ ສອນມະນີວົງ ກ່າວວ່າ: ລາງວັນຮອນດ້າສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ໄດ້ເລີ່ມມີໃນປີ 2006 ຈຸດປະສົງເພື່ອເຮັດໃຫ້ຄົນຮຸ່ນໜຸ່ມຫັນມາເອົາ ໃຈໃສ່ເລື່ອງເຕັກໂນໂລຊີກັບສິ່ງແວດລ້ອມໃຫ້ຫຼາຍຂຶ້ນ ເພື່ອເຊື່ອມໂຍງລະຫວ່າງຜູ້ນຳໃນອະນາຄົດຂອງປະເທດຍີ່ປຸ່ນ ແລະ ປະເທດອາຊຽນໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ອຸດສາຫະກໍາ, ປີ 2006 ໂຄງການໄດ້ເລີ່ມຕົ້ນ ແລະ ໄດ້ຮັບຜົນສໍາເລັດຢູ່ທີ່ປະເທດຫວຽດນາມ, ປີ 2007 ຢູ່ປະເທດອິນເດຍ, ປີ 2008 ຢູ່ ສປປ ລາວ ແລະ ປະເທດກໍາປູເຈຍ, ປີ 2014 ຢູ່ປະເທດມຽນມາ, ສປປ ລາວ ໄດ້ກ້າວໜ້າຂຶ້ນໄປພາຍຫຼັງທີ່ໄດ້ເຂົ້າເປັນປະເທດສະມາຊິກອາຊຽນໃນປີ 1997. ໂຄງການນີ້ໄດ້ຕົກລົງໃຫ້ນັກສຶກສາ ມຊ ຂະແໜງວິທະຍາສາດ ແລະ ວິສະວະກໍາສາດຜູ້ທີ່ມີພອນສະຫວັນ, ມີແນວຄິດຢາກປະດິດສິ່ງໃໝ່ໆ, ມີທັກສະການສື່ສານທີ່ດີ, ມີຄຸນສົມບັດດີ, ມີຄວາມສາມັກຄີກັບໝູ່ຄູ່, ມັກເຂົ້າຮ່ວມກິດຈະກໍາ, ມີຄວາມເສຍສະຫຼະ ແລະ ມີຜົນການຮຽນດີເລີດ, ມີຄວາມເຂົ້າໃຈ ແລະ ມີຄວາມຕັ້ງ ໃຈໃນການນຳໃຊ້ເຕັກໂນໂລຊີ ແລະ ມີຜົນການຮຽນເກັ່ງຕະຫຼອດໄລຍະການຮຽນຜ່ານມາ ເພື່ອຈະເປັນຜູ້ນໍາທາງດ້ານວິທະຍາສາດຂອງສປປ ລາວ ໃນອະນາຄົດ.
ການຈັດກອງປະຊຸມຄັ້ງນີ້, ເພື່ອເປັນການແນະນໍາວິທີການສະໝັກ, ການອະທິບາຍຂະບວນການສອບເສັງເພື່ອເຂົ້າຮ່ວມແຂ່ງຂັນເອົາລາງວັນຈາກມູນນິທິຮອນດ້າ ປີ 2025 ຊຶ່ງແຕ່ລະປີມີນັກສຶກສາ 2 ຄົນ ໄດ້ຮັບລາງວັນຊະນະເລີດ, ຜູ້ໄດ້ຮັບລາງວັນຈະໄດ້ຫຼຽນຮອນດ້າ, ໃບຢັ້ງຢືນພ້ອມດ້ວຍເງິນ 3,000 ໂດລາ. ສຳລັບຜູ້ສະໝັກຕ້ອງເປັນນັກສຶກສາຂອງ ມຊ ທີ່ກໍານົດໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ລວມມີ 4 ຄະນະວິຊາຄື: ຄວສ, ຄະນະຊັບພະຍາກອນນໍ້າ, ຄະນະວິທະຍາສາດທຳມະຊາດ ແລະ ຄະນະສະຖາປັດຕະຍະກໍາສາດ, ຜູ້ສະໝັກຕ້ອງເປັນນັກສຶກສາຂອງຄະນະທີ່ກໍານົດໃຫ້ ແລະ ກໍາລັງຮຽນຢູ່ປີ 2, ປີ 3, ປີ 4 ແລະ ປີ 5 (ສໍາລັບຄະນະສະຖາປັດຕະຍະກໍາສາດ) ອາຍຸບໍ່ເກີນ 25 ປີ ສັນຊາດລາວ, ເປີດຮັບຟອມສະໝັກເລີ່ມແຕ່ວັນທີ 9 ເມສາ – 30 ພຶດສະພາ 2025 ນີ້. ສະນັ້ນ, ຜູ້ທີ່ມີຄວາມສົນໃຈສາມາດສອບຖາມລາຍລະອຽດໄດ້ທີ່: ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມຊ ເບີໂທ: 030 547617, 020 55703872.
ຂ່າວ-ພາບ: ວັນເພັງ