ໃນໄລຍະພັກວັນກຳມະກອນສາກົນປີນີ້, ຈີນມີນັກທ່ອງທ່ຽວໄປທ່ອງທ່ຽວພາຍໃນປະເທດ 314 ລ້ານເທື່ອຄົນ, ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຄ່າໃຊ້ຈ່າຍທັງໝົດໃນການທ່ອງທ່ຽວພາຍໃນປະເທດມີເຖິງ 180,269 ຕື້ຢວນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຍອດປະລິມານການຈຳໜ່າຍຂອງວິສາຫະກິດຂາຍຍ່ອຍແລະຮ້ານກິນດື່ມສຳຄັນໃນທົ່ວປະເທດໄດ້ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕະຫຼາດການບໍລິໂພກຂອງຈີນໄດ້ຮັກສາການເຕີບໂຕຢ່າງຮອບດ້ານ. ນີ້ແມ່ນຍ້ອນຫຍັງ?
ທຳອິດ, ອີງຕາມຕົວເລກຂໍ້ມູນຈາກເວັບໄຊທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ໃນໄລຍະພັກວັນກຳມະກອນສາກົນປີນີ້, ຈຳນວນຜູ້ສັ່ງຈອງປີ້ເຮືອບິນຜ່ານທາງອິນເຕີເນັດໄດ້ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ, ຈັງຫວະການເຕີບໂຕຂອງຜູ້ໂດຍສານທີ່ເປັນນັກສຶກສາ ແລະ ຜູ້ທີ່ມີອາຍຸ 60 ປີຂຶ້ນໄປແມ່ນສູງກວ່າໝູ່ ເຊິ່ງສະແດງໃຫ້ເຫັນວ່າ ກຸ່ມຄົນເຫຼົ່ານີ້ມີຄວາມປາຖະໜາດ້ານການບໍລິໂພກນັບມື້ນັບເພີ່ມຂຶ້ນ.
ສອງ, ລັດຖະບານຈີນໄດ້ປະຕິບັດນະໂຍບາຍຊຸກຍູ້ການບໍລິໂພກຢ່າງຕໍ່ເນື່ອງ. ຈາກກອງປະຊຸມວຽກງານເສດຖະກິດສູນກາງທີ່ຈັດຂຶ້ນໃນປີກາຍ ເຖິງບົດລາຍງານວຽກງານຂອງລັດຖະບານປີນີ້, ຈີນລ້ວນແຕ່ໄດ້ຈັດເອົາການເປີດກວ້າງຄວາມຕ້ອງການພາຍໃນໄວ້ຢູ່ຖານະອັນດັບໜຶ່ງ. ຄຽງຄູ່ກັບເສດຖະກິດຈີນຫັນໄປສູ່ທິດທາງພັດທະນາດ້ວຍການຂັບເຄື່ອນໂດຍການບໍລິໂພກ, ຄວາມສາມາດບົ່ມຊ້ອນຂອງຕະຫຼາດທີ່ມີຂະໜາດໃຫຍ່ພິເສດຈະຖືກຂຸດຄົ້ນອອກມາເລື້ອຍໆ.
ຕະຫຼາດການບໍລິໂພກຂອງຈີນມີຄວາມຄຶກຄື້ນ ກໍມີຜົນດີຕໍ່ໂລກເຊັ່ນດຽວກັນ. ໃນໄລຍະພັກວັນກຳມະກອນສາກົນປີນີ້, ນັກທ່ອງທ່ຽວຈີນໄດ້ເດີນທາງໄປທ່ອງທ່ຽວ 1.837 ຕົວເມືອງໃນຂອບເຂດທົ່ວໂລກ, ເພີ່ມຂຶ້ນ 400 ກວ່າຕົວເມືອງ ເມື່ອທຽບໃສ່ປີກາຍ. ໃນຂະນະດຽວກັນ, ພາຍໃຕ້ສະພາບການທີ່ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ຜູ້ໂດຍສານທີ່ຜ່ານຈີນເພື່ອເດີນທາງໄປປະເທດທີ 3 ແລະ ຍົກເວັ້ນພາສີຕໍ່ສິນຄ້າທີ່ລູກຄ້າຈະນຳອອກຈາກຈີນ, ເພື່ອນມິດສາກົນໄດ້ເດີນທາງມາທ່ອງທ່ຽວຈີນນັບມື້ນັບຫຼາຍຂຶ້ນ. ອີງຕາມຕົວເລກຂໍ້ມູນຈາກເວັບໄຊທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ຈຳນວນນັກທ່ອງທ່ຽວທີ່ເດີນທາງມາທ່ອງທ່ຽວຈີນໃນໄລຍະພັກວັນກຳມະກອນສາກົນປີນີ້ໄດ້ເພີ່ມຂຶ້ນ 173%.
ເມື່ອທຽບໃສ່ບາງປະເທດທີ່ໄດ້ສ້າງຕັ້ງກຳແພງໃນຫຼາຍດ້ານ, ຈີນພວມເປີດປະຕູແຫ່ງການຮ່ວມມືກັນເລື້ອຍໆ ແລະ ສ້າງໂອກາດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ແກ່ໂລກ. ໂລກສາມາດຮັບຮູ້ເຖິງສະພາບການດັ່ງກ່າວຂອງຈີນໄດ້ຢ່າງຈະແຈ້ງກວ່າເກົ່າ ຈາກໄລຍະພັກວັນກຳມະກອນສາກົນປີນີ້.




