ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ຮ່ວມມືສ້າງຕັ້ງຫ້ອງວິໄຈ-ທົດສອບແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

May 7, 2025

ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາຮ່ວມມືສ້າງຕັ້ງຫ້ອງວິໄຈ-ທົດສອບແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ລະຫວ່າງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່(ພບ) ແລະ ບໍລິສັດ ຊານຕົງຈ້າວຈີນ ສຳຫຼວດທໍລະນີສາດ, ສປ ຈີນ, ໂດຍມີທ່ານ ອານຸສັກ ພົງສະຫວັດ, ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ແລະທ່ານ ເຊິນ ຊູເຈ ອຳນວຍການບໍລິສັດ ບໍລິສັດ ຊານຕົງຈ້າວຈີນ ສຳຫຼວດທໍລະນີສາດ, ສປ ຈີນ ເຂົ້າຮ່ວມ.
ຈຸດປະສົງໃນການຮ່ວມມືໃນຄັ້ງນີ້ເພື່ອເປັນການຜັນຂະຫຍາຍຍຸດທະສາດການຮ່ວມມືແບບຮອບດ້ານ, ໝັ້ນຄົງ ແລະ ຍາວນານ ບົນພື້ນຖານການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ແລະ ອີງໃສ່ແຜນພັດທະນາວຽກງານບໍ່ແຮ່ ຂອງ ສປປລາວ, ໂດຍສະເພາະການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ມີຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ໃນນັ້ນ ເປົ້າໝາຍ ແລະ ຄາດໝາຍສູ້ຊົນ ຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຄື: ການພົວພັນປະສານງານ ແລະ ຮ່ວມມື ອົງການຈັດຕັ້ງສາກົນ, ລັດວິສາຫະກິດຕ່າງປະເທດ (ສປ ຈີນ) ເພື່ອຍາດແຍ່ງແຫຼ່ງທຶນເຂົ້າໃນການກໍ່ສ້າງສູນວິໄຈແຮ່ທາດ ແລະ ທົດສອບ ຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ໃຫ້ມີມາດຕະຖານ ແລະ ຖືກຕ້ອງຕາມເຕັກນິກໃນການສຶກສາຄົ້ນຄວ້າ, ວິໄຈ-ທົດສອບ ແລະ ຢັ້ງຢືນ ເພື່ອສ້າງບຸຄະລາກອນໃຫ້ມີຄວາມສາມາດ ແລະ ທັກສະ ໃນການນຳໃຊ້ເຄື່ອງວິໃຈແລະທົດສອບແຮ່ທາດ ແລະ ໂລຫະຄຳ 99.9999% ,ສ້າງໃຫ້ການບໍລິການວຽກງານວິໃຈ ແລະ ທົດສອບ ແຮ່ທາດ ແລະ ໂລຫະຄຳ ຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໃຫ້ມີຄວາມເຂັ້ມແຂງ ແລະ ໜ້າເຊື່ອຖື ໃນລະດັບສາກົນ ໂດຍມີການຮ່ວມມືກັບ ບໍລິສັດ ຊົນຕົງ ຈ້າວຈິນ ເພື່ອຍົກລະດັບຄວາມເປັນມາດຕະຖານສາກົນ ຮ່ວມກັນ ຂະຫຍາຍວຽກງານບໍລິການ ກວດ ແລະ ຢັ້ງຢືນຄຸນະພາບໂລຫະຄຳ ໃນລະດັບມາດຕະຖານສາກົນ ເພື່ອອຳນວຍຄວາມສະດວດໃຫ້ກັບ ນິຕິບຸກຄົນ ພື້ນຖານ ວຽກງານຮ່ວມມື ໃນໄລຍະ 5 ປີນີ້, ໃນຊ່ວງໄລຍະ 2 ປີທຳອິດຈະເນັ້ນໃສ່ການສ້າງບຸກຄະລາກອນໃຫ້ມີຄວາມສາມາດໃນລະດັບມືອາຊີບ, ສ້າງກົນໄກການຄຸ້ມຄອງຫ້ອງວິໃຈໃຫ້ໄດ້ມາດຕະຖານສາກົນ ແລະ ຄວາມປອດໄພໃຫ້ເປັນລະບົບຄົບຊຸດ.
ຂ່າວ: ສູນຂ່າວພະລັງງານ ແລະ ບໍ່ແຮ່