ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍົກລະດັບການຮັກສາພະຍາດເສັ້ນເລືອດສະໝອງ ໃຫ້ແພດໝໍ ຢູ່ 2 ແຂວງ

May 8, 2025

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ການຝຶກອົບຮົມ ການດູແລຮັກສາພະຍາດເສັ້ນເລືອດສະໝອງ (Stroke) ໃຫ້ແພດໝໍຢູ່ແຂວງຫລວງພະບາງ ແລະ ໄຊຍະບູລີ ຈັດຂຶ້ນໃນວັນທີ 6 ພຶດສະພາ 2025 ທີ່ໂຮງໝໍແຂວງຫລວງພະບາງ ໂດຍເປັນປະທານຮ່ວມຂອງທ່ານ ດຣ. ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກ ແຂວງຫລວງພະບາງ, ທ່ານ ດຣ. ເກດມະນີ ເພັດສີລິແສງ ຊ່ຽວຊານພະຍາດລະບົບປະສາດ ແລະ ສະໝອງ ຮອງອຳນວຍການໂຮງໝໍມິດຕະພາບ 150ຕຽງ, ທ່ານ ດຣ. ພູວານາ ອະນຸລັກຄຳ ອຳນວຍການໂຮງໝໍ ແຂວງຫລວງພະບາງ ພ້ອມດ້ວຍທີມງານຊ່ຽວຊານ ດ້ານລະບົບປະສາດ ຈາກປະເທດຝຣັ່ງ ແລະ ໂຮງໝໍມິດຕະພາບ 150 ຕຽງເຂົ້າຮ່ວມ.
ໂອກາດນີ້, ທ່ານ ດຣ. ພູວານາ ອະນຸລັກຄຳ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ຖືວ່າເປັນໂອກາດດີ ໃຫ້ກັບພະນັກງານ ແພດ-ໝໍ ເຊິ່ງຈະໄດ້ຊ່ວຍປິ່ນປົວໃຫ້ຄົນເຈັບ ທີ່ເປັນພະຍາດທາງລະບົບປະສາດ ບໍ່ໃຫ້ເປັນພິການ ແລະ ເສຍຊີວິດ ຂອງຄົນເຈັບໄດ້ທັນການ, ປັດຈຸບັນພະຍາດທາງລະບົບປະສາດ ກຳລັງເກີດຂຶ້ນກັບປະຊາຊົນ ເປັນຈຳນວນຫລາຍ ອັນເນື່ອງຈາກຫລາຍສາເຫດ ໃນນັ້ນ ຕົ້ນຕໍແມ່ນຄວາມຊິນເຄີຍຕໍ່ການດຳລົງຊີວິດທີ່ມີຄວາມສ່ຽງ ເຊັ່ນ: ການກິນ-ດຶ່ມ ແລະ ອື່ນໆ.
ການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ການດູແລຮັກສາສຸຂະພາບຄົນເຈັບ ທີ່ເປັນພະຍາດເສັ້ນເລືອດສະໝອງ (Stroke), ສາທິດ ແລະ ຝຶກປະຕິບັດ ການກວດກາປະເມີນ ຄວາມໜັກ-ເບົາຂອງອາການຄົນເຈັບ, ສາທິດ ແລະ ປະຕິບັດ ການກວດກາລະບົບປະສາດ 7 ຂັ້ນຕອນ, ເສັ້ນເລືອດສະໝອງອຸດຕັນຊົ່ວຄາວ, ເສັ້ນເລືອດສະໝອງຕີບ, ເສັ້ນເລືອດສະໝອງແຕກ, ການປິ່ນປົວເສັ້ນເລືອດສະໝອງແຕກ ແບບບໍ່ຜ່າຕັດ, ການປິ່ວປົວເສັ້ນເລືອດສະໝອງຕີບທົ່ວໄປ ແບບບໍ່ໃຊ້ຢາລະລາຍກ້ອນເລືອດ, ການພະຍາບານຄົນເຈັບ ທີ່ເປັນພະຍາດເສັ້ນເລືອດສະໝອງ ໂດຍໃຊ້ຢາລະລາຍກ້ອນເລືອດ, ການກະກຽມເຄື່ອນຍ້າຍຄົນເຈັບກ່ອນອອກໂຮງໝໍ, ການປ້ອງກັນ ການເປັນພະຍາດ ເສັ້ນເລືອດໃນສະໝອງ (Stroke). ພາຍຫລັງຮຽນທິດສະດີແລ້ວ ຈະໄດ້ລົງເຝິກປະຕິບັດຕົວຈິງ ຢູ່ໂຮງໝໍແຂວງຫລວງພະບາງ ແລະ ສືບຕໍ່ທັດສະນະຢູ່ໂຮງໝໍມິດຕະພາບ 150 ຕຽງ ຕື່ມອີກ.
ຂ່າວ-ພາບ: ດາວອນ ມະນີວັນ