ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງພະບາງ ປະເມີນຄວາມພ້ອມ ຮັບມືເຫດການໄພພິບັດສຸກເສີນ

May 8, 2025

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ອົງການກາແດງ ແຂວງຫລວງພະບາງ ຮ່ວມກັບອົງການກາແດງສະວິດສ ປະຈໍາລາວ ປະເມີນຄວາມພ້ອມ ການຕອບໂຕ້ໄພພິບັດທີ່ມີປະສິດທິພາບ ປະສິດທິຜົນ ຕາມມາດຕະການຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ຢູ່ແຂວງຫລວງພະບາງ ໃນວັນທີ 6 ພຶດສະພາ 2025 ທີ່ແຂວງຫລວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງ ແຂວງຫລວງພະບາງ ແລະ ທ່ານ ນາງ ບີນີຕາ ພູເດັນ ຜູ້ຕາງໜ້າອົງກາແດງສະວິດສ ປະຈໍາລາວ ພ້ອມດ້ວຍພະນັກງານ ແລະ ອາສາສະໝັກ ອົງການກາແດງ ແຂວງຫລວງພະບາງ, ຜູ້ຕາງໜ້າຈາກອົງການກາແດງ ແຂວງໄຊຍະບູລີ ແລະ ແຂວງອຸດົມໄຊ ເຂົ້າຮ່ວມ.
ທ່ານ ວຽງສະຫວັນ ກະເສີມສຸກ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການສ້າງຄວາມເຂັ້ມແຂງ ໃຫ້ກັບວຽກງານກະກຽມຄວາມພ້ອມ ຕໍ່ການກູ້ໄພສຸກເສີນ ທີ່ເກີດຈາກໄພທຳມະຊາດ ເຊິ່ງໄດ້ມີການປະເມີນ ຢູ່ແຂວງຫລວງພະບາງ ເປັນແຂວງທຳອິດໃນ ສປປ ລາວ ແລະ ຈັດຂຶ້ນກ່ອນລະດູຝົນທີ່ຈະມາເຖິງ, ຜ່ານການປະເມີນໄດ້ມີຫລາຍກວ່າ 100 ຄໍາຖາມ ໂດຍໄດ້ສັງລວມແຕ່ລະບັນຫາເປັນ 37 ຕົວຊີ້ວັດ, ນອກຈາກການປະເມີນຄວາມພ້ອມແລ້ວ ຈະມີການດໍາເນີນການຝຶກຊ້ອມ ຈໍາລອງເຫດການຈິງ ສະພາບໄພພິບັດທຳມະຊາດ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 8-10 ພຶດສະພາ 2025 ນີ້, ເຊິ່ງກົງກັບໄລຍະການສະເຫລີມສະຫລອງ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ວັນທີ 8 ພຶດສະພາ ທີ່ຈະມາເຖິງ.
ໂອກາດນີ້, ທ່ານ ວຽງສະຫວັນ ກະເສີມສຸກ ຍັງໄດ້ເຊີນຊວນທຸກພາກສ່ວນເຂົ້າຮ່ວມກິດຈະກຳ ແລະປະກອບສ່ວນວັດຖຸປັດໄຈ ໃຫ້ກັບອົງການກາແດງແຂວງ ທີ່ຈະໄດ້ຈັດກິດຈະກຳໃນໄລຍະວັນທີ 8-10 ພຶດສະພາ 2025 ນີ້, ສະເພາະວັນທີ 8 ພຶດສະພາ ຈະມີການສະເຫລີມສະຫລອງ ວັນກາແດງ ແລະຊີກວົງເດືອນແດງສາກົນ ຢູ່ຫ້ອງການອົງການກາແດງ ແຂວງຫລວງພະບາງ ຕັ້ງຢູ່ບ້ານນາວຽງຄຳ ເຊິ່ງພາຍໃນງານຈະມີກິດຈະກຳບໍລິຈາກເລືອດແບບສະໝັກໃຈ ແລະ ເລົ່າປະຫວັດຄວາມເປັນມາຂອງ ການສະເຫລີມສະຫລອງ ວັນກາແດງ ແລະ ຊີກວົງເດືອນແດງສາກົນ. ສ່ວນວັນທີ 8-10 ພຶດສະພາ ຈະມີການຝຶກຊ້ອມໃຫຍ່ ຈໍາລອງເຫດການຈິງ ສະພາບໄພພິບັດທຳມະຊາດ ຢູ່ບໍລິເວນທ່າເຮືອບ້ານພອນໄຊ ນະຄອນຫລວງພະບາງ.
ໂອກາດດຽວກັນ, ທ່ານ ນາງ ບີນີຕາ ພູເດັນ ຍັງໄດ້ມອບເຄື່ອງຕັດຖ່າງ 3 ຊຸດ ມູນຄ່າ 884 ລ້ານກວ່າກີບ ໃຫ້ອົງການກາແດງ ແຂວງຫລວງພະບາງ, ແຂວງໄຊຍະບູລີ ແລະ ແຂວງອຸດົມໄຊ ແຂວງລະ 1 ຊຸດ ເພື່ອນຳໃຊ້ເຂົ້າໃນວຽກງານກູ້ໄພສຸກເສີນ ຢູ່ແຕ່ລະແຂວງ ພ້ອມທັງໄດ້ມອບລົດໃຫຍ່ທີ່ນຳໃຊ້ເຂົ້າໃນວຽກງານໂຄງການ ຂອງອົງກາແດງສະວິດສ ປະຈໍາລາວ ໃຫ້ອົງການກາແດງແຂວງຫລວງພະບາງ ໄປນຳໃຊ້ເຂົ້າໃນວຽກງານຂອງໂຄງການ ຕື່ມອີກ.
ຂ່າວ-ພາບ: ອາພຸດເດດ ບຸບຜາ