ສປປ ລາວ ແລະ ສະວິດ ໄດ້ຢືນຢັນຄວາມຮ່ວມມືທີ່ແໜ້ນແຟ້ນໃນການຂັບເຄື່ອນຄວາມປອດໄພຂອງເຂື່ອນ ຜ່ານກອງປະຊຸມຄະນະຊີ້ນໍາຂອງ ໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ (DSTIA) ຈັດຂຶ້ນໃນວັນທີ 8 ພຶດສະພາ 2025 ທີ່ໂຮງແຮມດັບໂບທີບາຍຮິວຕັນວຽງຈັນ ນະຄອນລວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ແລະ ທ່ານ ບີຍອນ ຊານ (Bjorn Schranz) ຫົວໜ້າແຜນງານ ການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແລະ ຊັບພະຍາກອນທໍາມະຊາດ ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດ.
ໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ (DSTIA) ເປັນໂຄງການຂອງລັດຖະບານສະວິດ ຈັດຕັ້ງປະຕິບັດໂດຍອົງການເຮວວີຕັດ ຮ່ວມກັບລັດຖະບານລາວ ຜ່ານກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ມະຫາວິທະຍາໄລແຫ່ງຊາດລາວ ສະມາຄົມເຂື່ອນລາວ ແລະ ບໍລິສັດໄຟຟ້າລາວ ມະຫາຊົນ ເຊິ່ງບັນດາຜູ້ຊ່ຽວຊານສະວິດ ໄດ້ສະໜັບສະໜູນການເສີມສ້າງຄວາມສາມາດທາງດ້ານເຕັກນິກ ແລະ ສະຖາບັນຂອງພາກສ່ວນກ່ຽວຂ້ອງທີ່ສຳຄັນຂອງລາວ ໃນການປັບປຸງຄວາມປອດໄພຂອງເຂື່ອນໄຟຟ້າໃນ ສປປ ລາວ.
ຄະນະຊີ້ນໍາຂອງໂຄງການໄດ້ທົບທວນຜົນສໍາເລັດທີ່ສໍາຄັນຂອງປີ 2024 ແລະ ຮັບຮອງແຜນດໍາເນີນງານຂອງ ໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ (DSTIA) ສໍາລັບປີ 2025 ຢ່າງເປັນທາງການ ເປັນການປູທາງໄປສູ່ຄວາມກ້າວໜ້າຕໍ່ໄປໃນການເສີມສ້າງຄວາມປອດໄພຂອງເຂື່ອນ ຄວາມສາມາດຂອງສະຖາບັນ ແລະ ມາດຕະຖານທາງເຕັກນິກ ໃນ ສປປ ລາວ.
ຈຸດປະສົງສຳຄັນຂອງປະຊຸມຄັ້ງນີ້ຄື: ການຮັບຮອງການເປີດຫຼັກສູດວິສະວະກໍາເຂື່ອນຄັ້ງທໍາອິດ ຂອງປະເທດລາວ ເຊິ່ງໄດ້ເປີດຂຶ້ນໃນວັນທີ 13 ກຸມພາ 2025 ຜ່ານມາ ເປັນຂີດໝາຍສຳຄັນ ຖືວ່າເປັນສັນຍາລັກຂອງຜົນສຳເລັດທີ່ເຫັນໄດ້ຊັດເຈນຂອງການພົວພັນຄູ່ຮ່ວມມື ລາວ-ສະວິດ ຊ່ວຍສົ່ງເສີມສ້າງຊ່ຽວຊານພາຍໃນປະເທດ ແລະ ຄວາມຍືນຍົງໃນໄລຍະຍາວ ຄະນະຊີ້ນໍາໂຄງການ ຍິນດີຮັບເອົາບັນດາຂໍ້ສະເໜີຫຼາຍຢ່າງ ເພື່ອເສີມສ້າງການດໍາເນີນໂຄງການ ໃນນັ້ນມີການເພີ່ມທະວີການຮ່ວມມືລະຫວ່າງຂະແໜງການ ເພີ່ມທະວີການສະໜັບສະໜູນການສ້າງຄວາມອາດສາມາດໃຫ້ແກ່ໜ່ວຍງານລະດັບແຂວງ ແລະ ສາຍງານປັບປຸງກົນໄກແບ່ງປັນຂໍ້ມູນ ແລະ ຄວາມໂປ່ງໃສ ກອງປະຊຸມຍັງຮັບຮູ້ເຖິງການທົບທວນຄືນໄລຍະກາງ ຂອງໂຄງການ ທີ່ຈະມາເຖິງໂດຍພາກສ່ວນອົງກອນພາຍນອກທີເປັນເອກະລາດ ຈະເປັນໂອກາດທີ່ດີ ເພື່ອປະເມີນຄວາມຄືບໜ້າ ປັບປຸງຍຸດທະສາດ ແລະ ການສ້າງຄວາມເປັນເອກະພາບໃນທິດທາງການດໍາເນີນງານໃນອະນາຄົດ ການທົບທວນດັ່ງກ່າວຄາດວ່າຈະເຮັດໃຫ້ໂຄງການສອດຄ່ອງກັບບຸລິມະສິດໃນການພັດທະນາແຫ່ງຊາດຂອງ ສປປ ລາວ ແລະ ບົດຮຽນການປະຕິບັດທີ່ດີທີ່ສຸດຂອງໂລກ.
ໃນຕອນທ້າຍປິດກອງປະຊຸມ ທ່ານ ບົວເທບ ມາໄລຄໍາ ໄດ້ເນັ້ນໜັກເຖິງຄວາມຈໍາເປັນຂອງການສືບຕໍ່ຮ່ວມມື ການປະຕິຮູບດ້ານນິຕິກຳ ການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ ເພື່ອປົກປ້ອງຊຸມຊົນ ແລະ ລະບົບນິເວດທີ່ຂຶ້ນກັບພື້ນຖານໂຄງລ່າງໄຟຟ້ານ້ຳຕົກ ແລະ ທ່ານ ຊານ ໄດ້ກ່າວຢ້ຳຄືນຄຳໝັ້ນສັນຍາຂອງສະວິດ ໃນການເຮັດວຽກຮ່ວມກັນກັບບັນດາຄູ່ຮ່ວມມືຂອງລາວ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງຄວາມຮັບຜິດຊອບຮ່ວມກັນ ແລະ ການພັດທະນາຮ່ວມກັນ ເພື່ອຍົກລະດັບໂຄງການໃຫ້ບັນລຸຜົນໄດ້ຮັບອັນໃໝ່.
ທີ່ມາ: ວຽງຈັນໃໝ່





