ສື່ມວນຊົນຈາກ 5 ປະເທດຄື: ລາວ, ຫວຽດນາມ, ໄທ, ອິນໂດເນເຊຍ ແລະຕຸຣາເຄຣຍ ມີຄວາມປະທັບໃຈຫລາຍເມື່ອໄດ້ພົບເຫັນຫໍຮວງເຮີ້ ຫລືຫໍນົກຍາງເຫລືອງທີ່ນະຄອນອູຮັ້ນ ແຂວງຫູເປີຍ ສປຈີນ ເປັນສະຖານທີ່ທ່ອງທ່ຽວລະດັບ 5A ໜຶ່ງໃນຈໍານວນ 3 ແຫ່ງຂອງນະຄອນອູຮັ້ນ ກວມເອົາເນື້ອທີ່ຫລາຍກວ່າ 44 ເຮັກຕາ ຊຶ່ງເປັນຈຸດຊົມວິວທີ່ສວຍງາມແຫ່ງໜຶ່ງຢູ່ນະຄອນອຸຮັ້ນທີ່ໄດ້ຮັບຄວາມສົນໃຈຈາກປະຊາຊົນຈີນ ກໍ່ຄືນັກທ່ອງທ່ຽວຕ່າງປະເທດເຂົ້າໄປທ່ຽວຊົມຫລາຍກວ່າ 10.000 ຄົນ/ວັນ, ສ່ວນວັນເສົາ ແລະອາທິດແມ່ນປະມານ 20.000 ຄົນ/ວັນ ແລະມື້ພັກສໍາຄັນຕ່າງໆຂອງຊາດຈີນປະມານ 40.000 ຄົນ/ວັນ.
ຫໍຮວງເຮີ້ໄດ້ຮັບການສ້າງຕັ້ງຂຶ້ນຢູ່ພູຮວງເຮີ້ໃນປີ ຄສ 223 ແລະມີປະຫວັດສາດສໍາຄັນຫລາຍກວ່າ 1.800 ປີ. ເມື່ອຂື້ນໄປຊັ້ນສຸດທ້າຍຂອງຫໍສາມາດແນມເຫັນສາຍນໍ້າຢັງຊີກຽງ ແລະ ບັນດາເມືອງຂອງນະຄອນອູຮັ້ນທີ່ພວມໄດ້ຮັບການພັດທະນາ ແລະ ເຫັນໄດ້ພື້ນຖານໂຄງລ່າງ, ເສດຖະກິດທີ່ເຂັ້ມແຂງຂອງນະຄອນອູຮັ້ນ.
ຂ່າວ: ຈັນທະສອນ ສີຫານາດ








