ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນຖານະເປັນເຈົ້າໜ້າທີ່ອາວຸໂສກອງປະຊຸມສະຫວັດດີການ ແລະ ການພັດທະນາ Senior Officials Meeting on Social Welfare and Development (SOMSWD) ໄດ້ຈັດກອງປະຊຸມ ກ່ຽວກັບການພັດທະນາແບບມີສ່ວນຮ່ວມຂອງຊຸມຊົນ (CBID) ສໍາລັບຄົນພິການໃນພາກພື້ນອາຊຽນ “The workshop on Community Based Inclusive Development(CBID) for Persons with Disabilities in ASEAN Region” ຜ່ານລະບົບທາງໄກ (Video Conference) ຊຶ່ງໄດ້ຈັດຂຶ້ນໃນວັນທີ 06 ພຶດສະພາ 2025 ທີ່ນະຄອນຫລວງພະບາງ, ແຂວງຫລວງພະບາງ, ໂດຍການເປັນປະທານຂອງ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ໃນນາມເປັນຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຂອງ ສປປ ລາວ, ທ່ານ ວິໄລ ນັນທະສອນ, ຮັກສາການຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸູສງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫລວງພະບາງ, ມີຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ອົງການຈັດຕັ້ງທາງສັງຄົມ ແລະ ບັນດາອົງການຈັດຕັ້ງສາກົນຈໍານວນໜຶ່ງ ທີ່ກ່ຽວຂ້ອງເຂົ້າຮ່ວມ, ຊຶ່ງກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກອົງການ CBM Global ປະຈໍາ ສປປ ລາວ.
ກອງປະຊຸມໃນຄັ້ງນີ້, ແມ່ນກິດຈະກຳໜຶ່ງທີ່ຢູ່ໃນແຜນງານຈັດຕັ້ງປະຕິບັດງານເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໄຍລະປີ 2021-2025 “Senior Offcial Meeting on Social Welfare and Development (SOMSWD) Work Plan 2021-2025 and Its Result Framework” ຊຶ່ງຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນໄດ້ແລກປ່ຽນບົດຮຽນທີ່ດີໃນການຈັດຕັ້ງປະຕິບັດວຽກງານພັດທະນາແບບມີສ່ວນຮ່ວມຂອງຊຸມຊົນ (CBID) ສໍາລັບຄົນພິການ ຂອງບັນດາປະເທດອາຊຽນ ລວມທັງການແລກປ່ຽນບົດຮຽນຈາກຊ່ຽວຊານຕ່າງປະເທດຂອງມະຫາວິທະຍາໄລເມວເບີນ, ປະເທດອົດສະຕາລີ, ຊ໋ຽວຊານຈາກອົງການມະນຸດສະທໍາ ແລະ ການມີສ່ວນຮ່ວມປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້, ຊ່ຽວຊານຈາກອົງການ CBM Global ປະຈໍາ ສປປ ລາວ, ຊຶ່ງໄດ້ມີການແລກປ່ຽນບົດຮຽນກ່ຽວກັບ ປະຫວັດຄວາມເປັນມາ, ຄວາມໝາຍຄວາມສໍາຄັນຂອງວຽກງານ CBID, ການຈັດຕັ້ງປະຕິບັດວຽກງານ CBID ຂອງບັນດາປະເທດອາຊຽນ, ສິ່ງທ້າຍທາຍ ແລະ ວິທີການແກ້ໄຂທີ່ກ່ຽວຂ້ອງໃນວຽກງານ CBID.
ໃນໂອກາດນີ້, ທ່ານ ວິໄລພົງ ສີສົມຫວັງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາປະເທດສະມາຊິກອາຊຽນ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ຂອບໃຈ ມາຍັງພາກສ່ວນທີ່ໃຫ້ສະໜັບສະໜູນ ຊຶ່ງເຮັດໃຫ້ກອງປະຊຸມຄັ້ງນີ້ສາມາດບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.





