ເນື່ອງໃນໂອກາດທີ່ ທ່ານ ສີຈິນຜິງ ປະທານປະເທດຈີນເດີນທາງຢ້ຽມຢາມຣັດເຊຍ ທາງລັດຖະກິດ ແລະ ເຂົ້າຮ່ວມພິທີສະຫຼອງສົງຄາມປ້ອງກັນປະເທດອັນຍິ່ງໃຫຍ່ຂອງສະຫະພາບໂຊວຽດ ໄດ້ຮັບໄຊຊະນະຄົບຮອບ 80 ປີ, ວັນທີ 7 ພຶດສະພານີ້ທີ່ນະຄອນຫຼວງມົສກູຂອງຣັດເຊຍ ໄດ້ຈັດກິດຈະກຳແລກປ່ຽນວັດທະນະທຳຈີນ-ຣັດເຊຍ ພາຍໃຕ້ຫົວຂໍ້ “ທວນໄຟສັນຕິພາບ ແລະ ປະຫວັດສາດໜ້າໃໝ່ຂອງຍຸກສະໄໝ” ໂດຍການຮ່ວມກັນເປັນເຈົ້າພາບລະຫວ່າງວິທະຍຸໂທລະພາບສູນກາງຈີນ ຫຼື CMG ກັບວິທະຍຸໂທລະພາບແຫ່ງຊາດຣັດເຊຍ ຫຼື VGTRK ເພື່ອລະນຶກສົງຄາມທີ່ປະຊາຊົນຈີນ ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມປ້ອງກັນຊາດອັນຍິ່ງໃຫຍ່ຂອງສະຫະພາບໂຊວຽດ ໄດ້ຮັບໄຊຊະນະຄົບຮອບ 80 ປີ. ໃນກິດຈະກຳດັ່ງກ່າວໄດ້ອ່ານສານຊົມເຊີຍຂອງ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ສານຊົມເຊີຍຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ.
ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ທັງເປັນຜູ້ອຳນວຍການວິທະຍຸ-ໂທລະພາບສູນກາງຈີນ ໄດ້ກ່າວຄຳປາໄສໃນພິທີເປີດກິດຈະກຳຄັ້ງນີ້ວ່າ: “ເນື່ອງໃນໂອກາດເລີ່ມຕົ້ນປີວັດທະນະທຳຈີນ-ຣັດເຊຍ ຢ່າງຮອບດ້ານ, ພວກເຮົາຈະຖືເອົາເນື້ອໃນຈິດໃຈຂອງສານຊົມເຊີຍຂອງທ່ານປະທານ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ວະລາດີເມຍ ປູຕິນເປັນທິດຊີ້ນຳ, ພາຍໃຕ້ການຊີ້ນຳນຳພາຂອງປະມຸກລັດສອງປະເທດ, ຈະຖືເອົາປະຫວັດສາດເປັນແວ່ນແຍງ, ຖືເອົາອະລິຍະທຳເປັນເຮືອ ເພື່ອເປີດເສັ້ນທາງໃໝ່ແຫ່ງການຢູ່ຮ່ວມກັນຢ່າງຫຼາກຫຼາຍ ໃນກະແສທີ່ຝືນກັບຍຸກສະໄໝຂອງລັດທິຝ່າຍດຽວ, ເຮັດໃຫ້ການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນແລະກັນລະຫວ່າງວັດທະນະທຳຈີນ-ຣັດເຊຍ ເຕັມໄປດ້ວຍຄວາມມີຊີວິດຊີວາ, ເຮັດໃຫ້ມິດຕະພາບລະຫວ່າງປະຊາຊົນສອງຊາດໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ແລະ ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ.




