ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ໂຄງການຄຸ້ມຄອງພົນລະເມືອງລາວ

May 9, 2025

ພິທີປິດ, ມອບ-ຮັບ ໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວ ໄລຍະທີ 1) ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2025 ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ລາດຊະໂລ ວາຣາດີ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າຮົງກາຣີ, ພ້ອມດ້ວຍ ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ: ໂຄງການຄຸ້ມຄອງພົນລະເມືອງ ລະບົບບັດປະຈຳຕົວ ໄລຍະທີ 1 ທີ່ໄດ້ນຳໃຊ້ງົບປະມານເງິນກູ້ ຈາກລັດຖະບານຮົງກາຣີ ຈຳນວນ 25 ລ້ານໂດລາສະຫະລັດ ມາພັດທະນາຍົກລະດັບການຄຸ້ມຄອງວຽກງານສຳມະໂນຄົວ ແລະ ບັດປະຈຳຕົວ ຢູ່ ສປປ ລາວ ໃຫ້ມີຄວາມກ້າວໜ້າທັນສະໄໝ.
ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017, ກະຊວງປ້ອງຄວາມສະຫງົບລາວ ໄດ້ມອບໝາຍໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຫົວໜ່ວຍຈັດຕັ້ງປະຕິບັດໂຄງການ ໂດຍຮ່ວມກັບ ບໍລິສັດ ພອນຊີສເຕັມ, ໄດ້ແບ່ງເປັນ 10 ໄລຍະ ໃນການຈັດຕັ້ງປະຕິບັດ ຄື:
– ໄລຍະກະກຽມ
– ໄລຍະສຳຫຼວດບັນດາຄວາມຮຽກຮ້ອງຕ້ອງການຂອງໂຄງການ
– ໄລຍະວິເຄາະກົດໝາຍ, ອອກແບບລະບົບ ແລະ ຊັອບແວ
– ໄລຍະປັບປຸງບູລະນະພື້ນຖານໂຄ່ງລ່າງ ແລະ ນຳເຂົ້າສູນຂໍ້ມູນ
– ໄລຍະພັດທະນາຊັອບແວ
– ໄລຍະກໍ່ສ້າງ ແລະ ປັບປຸງບູລະນະຫ້ອງການ ໃນຂອບເຂດທົ່ວປະເທດ
– ໄລຍະນຳເຂົ້າເຄື່ອງພິມບັດປະຈຳຕົວ ແລະ ພາຫະນະຮັບໃຊ້ເກັບກຳຂໍ້ມູນພົນລະເມືອງ
– ໄລຍະນຳເຂົ້າບັນດາຊຸດອຸປະກອນເກັບກຳຂໍ້ມູນສຳລັບທົ່ວປະເທດ
– ໄລຍະຝຶກອົບຮົມບຸກຄະລາກອນຜູ້ຮັບຜິດຊອບວຽກງານ ໃນຂອບເຂດທົ່ວປະເທດ
– ໄລຍະການປິດ ແລະ ຮັບປະກັນໂຄງການ
ໂຄງການດັ່ງກ່າວ ນອກຈາກເປັນການພັດທະນາລະບົບຄຸ້ມຄອງພົນລະເມືອງລາວ ໃຫ້ມີຄວາມທັນສະໄໝ, ເກັບກຳຂໍ້ມູນຂອງພົນລະເມືອງໄດ້ທົ່ວປະເທດຢ່າງເປັນລະບົບແລ້ວ ຖານຂໍ້ມູນເອງກໍມີຄວາມປອດໄພ ຮັບປະກັນໃຫ້ແກ່ວຽກງານການເກັບກໍາຂໍ້ມູນຍາວນານ ແລະ ລະບົບຊັອບແວຮອບດ້ານ ເຊັ່ນ: ຊັອບແວສໍາມະໂນຄົວ, ບັດປະຈໍາຕົວ ແລະ ອາຊີບ-ພາຫານະພິເສດ ເຊິ່ງຈະຊ່ວຍໃຫ້ເຈົ້າໜ້າທີ່ສາມາດຄຸ້ມຄອງບັນດາໜ້າວຽກງານວິຊາສະເພາະ ໄດ້ຢ່າງມີປະສິດທິພາບ. ນອກຈາກນີ້, ການພັດທະນາລະບົບຄຸ້ມຄອງພົນລະເມືອງລາວ ຍັງມີລັກສະນະຮອງຮັບການເຊື່ອມໂຍງເຊື່ອມຕໍ່ກັບບັນດາພາກສ່ວນຕ່າງໆ ສາມາດນໍາໄປພັດທະນາຕໍ່ຍອດໃຫ້ລະບົບມີຄວາມກ້າວໜ້າຂຶ້ນຕື່ມໃນອະນາຄົດ.
ໃນພິທີ, ກຸ່ມບໍລິສັດ ພອນຊິສເຕັມ ກໍຍັງໄດ້ມອບລາງວັນໃຫ້ຜູ້ທີ່ມີຜົນງານດີ່ເດັ່ນ ໃນການປະຕິບັດໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວ ໄລຍະທີ 1) ເປັນກຽດມອບໂດຍ ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ແລະ ມອບໃບຍ້ອງຍໍຊົມເຊີຍໃຫ້ບຸກຄົນ ແລະ ກົມກອງ, ໂດຍເປັນກຽດມອບຂອງ ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.
ຂ່າວ: ແກ້ວ ອຸເພັດ