ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໃຊ້ເງິນ 8,94 ຕື້ກີບ ເພື່ອປັບປຸງອາຄານສຳນັກງານອົງການປົກຄອງນະຄອນຫຼວງ

May 9, 2025

ພິທີເຊັນສັນຍາໂຄງການປັບປຸງອາຄານ ສຳນັກງານອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ລະຫວ່າງຫ້ອງວ່າການ ນວ ກັບ ບໍລິສັດ ສຸກປະສົງຊັບຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 8 ພຶດສະພາ 2025 ທີ່ຫ້ອງວ່າການ ນວ
ສຳລັບໂຄງການປັບປຸງອາຄານສຳນັກງານອົງການປົກຄອງ ນວ ຕັ້ງຢູ່ຖະໜົນໂພນໄຊ ບ້ານໂພນໄຊ ເມືອງໄຊເສດຖາ ນວ ເປັນໂຄງການໜື່ງທີ່ສຳຄັນ ແລະ ການນຳຂັ້ນສູງເອົາໃຈໃສ່ໃຫ້ການຊີ້ນຳຢ່າງໃກ້ສິດຕິດແທດ ເພາະເປັນການກໍ່ສ້າງປັບປ່ຽນສີໜ້າຂອງອາຄານໃນສະພາບປັດຈຸບັນໃຫ້ຫັນໜ້າໄປໃສ່ສວນປະຕູໄຊພາກຂະຫຍາຍ (ໄລຍະທີ 1) ເຊິ່ງກົງກັນຂ້າມກັບສຳນັກງານນາຍົກລັດຖະມົນຕີ ເພື່ອໃຫ້ມີຄວາມກົມກືນປັບປຸງທັດສະນີຍະພາບສອດຄ່ອງກັບແຜນພັດທະນາຕົວເມືອງໜ້າຢູ່ຕາມທິດສີຂຽວ ຍືນຍົງ ແລະ ຮອງຮັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມໄລຍະ 5 ປີ (2025-2030) ແລະ ໃນຕໍ່ໜ້າ ເຊິ່ງຫາກໂຄງການນີ້ສໍາເລັດຈະເປັນສ້າງໃບໜ້າໃໝ່ຍົກສູງບົດບາດສຳນັກງານປົກຄອງ ນວ ໃນຖານະເປັນສະຖານທີ່ທາງລັດຖະການສຳຄັນໃຈກາງຂອງ ນວ ເຮັດໃຫ້ສະຖານທີ່ແຫ່ງນີ້ ຂົງເຂດແຫ່ງນີ້ເປັນອີກພື້ນທີ່ທີ່ມີຄວາມໂດດເດັ່ນ ທັນສະໄໝ ແລະ ສວຍງາມ ທັງຈະກາຍເປັນແລນມາກແຫ່ງໃໝ່ໃຫ້ແກ່ການທ່ອງທ່ຽວຢູ່ ນວ.
ໂຄງການດັ່ງກ່າວໂດຍແມ່ນບໍລິສັດ ສຸກປະສົງຈະເລີນຊັບກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງເຊິ່ງໜ້າວຽກປະກອບມີວຽກທັບມ້າງ ວຽກສະຖາປັດ ວຽກໂຄງສ້າງ ວຽກລະບົບໄຟຟ້າ ແລະ ວຽກລະບົບນໍ້າປະປາ ລວມມູນຄ່າທັງໝົດ 8,94 ຕື້ກີບ ແລະ ຈັດຕັ້ງປະຕິບັດພາຍໃນ 3 ເດືອນໃຫ້ສຳເລັດແຕ່ເດືອນພຶດສະພາ ຫາ ເດືອນສິງຫາ 2025.