ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫຼີມສະຫຼອງວັນກາແດງ ແລະ ຊີກວົງເດືອນສາກົນຄົບຮອບ 162 ປີ

May 9, 2025

ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະກໍາບໍລິຈາກເລືອດແບບເປີດກວ້າງ ເພື່ອສະເຫຼີມສະຫຼອງວັນກາແດງສາ ແລະ ຊີກວົງເດືອນສາ ກົນຄົບຮອບ 162ປີ ກິດ​ຈະ​ກຳ​ດັ່ງ​ກ​ກ່າວ​ຈັດ​ຂຶ້ນໃນວັນທີ 8 ພຶດສະພາ ທີ່ສູນການຄ້າລາວ-ໄອເຕັກມໍ ພາຍ ໃຕ້ຫົວຂໍ້ “ສະໜັບສະໜູນວຽກງານມະນຸດສະທໍາ” ມີພະນັກ ງານ ທະຫານຕຳຫຼວດ ຄູ-ອາຈານ ນ້ອງນັກຮຽນ ພ້ອມມວນຊົນພາຍໃນນະຄອນ ຫຼວງເຂົ້າຮ່ວມ.
ທ່ານ ພອນຄໍາ ແກ້ວວິໄລ ຮອງຫົວໜ້າຫ້ອງການໂຄສະນາແຫຼ່ງທຶນ ແລະ ຊ່ວຍເຫຼືອບັນເທົາທຸກ ອົງການກາແດງແຫ່ງຊາດລາວ ໃຫ້ຮູ້ວ່າ ເພື່ອລະນຶກເຖິງຄຸນງາມຄວາມ ດີຂອງທ່ານ ອັງຣີ ດຸຍນັງ ເກີດວັນທີ 8 ພຶດສະພາ 1828 ນັກທຸລະກິດສັນຊາດສະວິດ ໄດ້ເດີນທາງໄປທາງພາກເໜືອຂອງປະເທດອີຕາລີເພື່ອເຂົ້າພົບຈັກກະພັດນາໂປລີອົງທີ 3 ການເດີນທາງໄດ້ຫຼົງເຂົາໄປໃນສະໜາມຮົບໄລຍະທີ່ເດີນທາງພົບເຫດການໜຶ່ງເອີ້ນວ່າ ສົງຄາມສູ້ຮົບກັນລະຫວ່າງໂອຕຣິສ ແລະ ຝຣັ່ງຢູ່ຕອນເໜືອຂອງອີຕາລີມີຄົນບາດເຈັບ ແລະ ລົ້ມຕາຍເປັນຈໍານວນ 40.000 ຄົນ ຈາກນັ້ນຂະບວນຂອງທ່ານເມື່ອເຫັນເຫດການສະເທືອນໃຈເຫຼົ່ານັ້ນ ຈຶ່ງໄດ້ຕັດສະນໃຈນໍາໃຊ້ໂບດ ເພື່ອປະຖົມພະຍາບານ ແລະ ຈັດການຊ່ວຍເຫຼືອ ຕໍ່ມາທ່ານສ້າງຕັ້ງອົງການກາແດງສາກົນໃນວັນ 8 ພຶດສະພາ 1863 -8 ພຶດສະພາ 2025 ຄົບຮອບ 162ປີ ສໍາລັບເຫຼີມສະຫຼອງວັນກາແດງສາກົນ ແລະ ຊີກວົງເດືອນສາກົນຄົບຮອບ 162 ປີ ພາຍໃຕ້ຄໍາຂັວນ “ພວກເຮົາຈະຢືນຢູ່ຄຽງຂ້າງມະນຸດສະທໍາ” ເລືອດແມ່ນສິ່ງສໍາຄັນບໍ່ມີໂຮງງານໃດຈະສາມາດຜະລິດ ເພື່ອທົດແທນເລືອດຂອງຄົນ ມີແຕ່ເລືອດຂອງຄົນໃສ່ຄົນໄດ້ ການບໍລິຈາກເລືອດແມ່ນໜ້າທີ່ຂອງໝົດທຸກຄົນ ປັດຈຸບັນ ເລືອດບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມໂດຍມາຈາກຫຼາຍປັດໃຈເຊັ່ນ ເມື່ອກ່ອນໄດ້ເລືອດມາຈາກນັກ ຮຽນ-ນັກສຶກສາ ແຕ່ປັດຈຸບັນ ບັນດານັກຮຽນເຫຼົ່ານັ້ນອາຍຸບໍ່ຮອດກະສຽນທີ່ຈະເອົາເລືອດອອກ ນໍ້າໜັກບໍ່ເຖິງ ຈໍານວນພົນຫຼຸດນ້ອຍຖອຍລົງ ສະນັ້ນ ຈຶ່ງຮຽກຮ້ອງທຸກໆທ່ານໃນສັງຄົມທີ່ມີເງື່ອນໄຂຈົ່ງປະກອບສ່ວນບໍລິຈາກເລືອດບໍ່ວ່າຈະແມ່ນວັນນີ້ ກໍຄືໃນອະນາຄົດ ການທີ່ໄດ້ບໍລິຈາກເລືອດປຽບເໝືອນ ກັບການໄດ້ເຮັດກອງບຸນທີ່ໃຫຍ່ ຫຼວງ ແມ່ນການໃຫ້ແບບບໍ່ຫວັງຜົນຕອບແທນເພື່ອຊ່ວຍກອບກູ້ຊີວິດຄົນໃຫ້ກັບຄືນມາມີຊີວິດໃນສັງຄົມ.
ຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນປະກອບດ້ວຍ ຄະນະກໍາມະການກາແດງສາກົນ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ອົງການກາແດງ ແລະ ຊີກວົງເດືອນແດງ ປະເທດຕ່າງໆ ຄະນະກໍາມະການກາແດງສາກົນ ສະ ຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ອົງການກາແດງ ແລະ ຊີກວົງເດືອນແດງ ປະເທດຕ່າງໆແມ່ນປະຕິບັດໜ້າທີ່ຂອງຕົນໂດຍອິງໃສ່ 7ຫຼັກການພື້ນຖານຂອງຂະບວນການກາແດງສາກົນຄື ມະນຸດສະທໍາ ທ່ຽງທໍາ ເປັນກາງ ເປັນເອກະລາດ ສະໝັກໃຈ ເປັນເອກະພາບ ແລະ ມີນໍ້າໃຈສາກົນ ການບໍລິຈາກເລືອດໃນຄັ້ງນີ້ມີບັນດານັກຮຽນ ທະຫານ ຕໍາຫຼວດ ລັດວິສາຫະກິດ ບໍລິສັດຫ້າງຮ້ານ ພໍ່ ແມ່ ປະຊາ ຊົນ ແລະ ຄາດຄະເນວ່າຈະໄດ້ຮັບເລືອດປະມານ 300 ຖົງ.
ທີ່ມາ: ວຽງຈັນໃໝ່