ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບັນດາປະເທດຮຽກຮ້ອງໃຫ້ອິນເດຍ ແລະ ປາກິດສະຖານ ຫຼີກ​ລ່ຽງການເຮັດໃຫ້ສະ​ຖາ​ນະ​ການ​ສັບ​ສົນ​ຂຶ້ນ​ຕື່ມ​ອີກ

May 9, 2025

 

ໃນຕອນຮຸ່ງເຊົ້າຂອງວັນພຸດ ວັນທີ 7 ພຶດສະພາ 2025, ອາຊີໃຕ້ ໄດ້ເຫັນເຫດການໃຫຍ່ຮ້າຍແຮງທີ່ມີຜົນກະທົບຕໍ່ຄວາມປອດໄພຕໍ່ໝັ້ນຄົງຂອງພາກພື້ນ. ອິນເດຍ, ພາຍໃຕ້ “ການດຳເນີນການສິນທຸ” ໄດ້ຍິງລູກສອນໄຟ, ໃຊ້ໂດຣນ ແລະ ການ ໂຈມຕີທາງອາກາດໃສ່ພື້ນທີ່ທີ່ມີພົນລະເມືອງອາໄສຢູ່ໃນເຂດປັນຈາບ ແລະ ອາຊາດຈັມມູ, ລວມເຖິງເຂດກັສເມຍ ເຮັດໃຫ້ຜູ້ບໍລິສຸດເສຍຊີວິດ 26 ຄົນ, ໃນນີ້ ລວມທັງຜູ້ຍິງ ແລະ ເດັກນ້ອຍ. ປາກິດສະຖານ ກ່າວວ່າ: ການໂຈມຕີເປົ້າໝາຍທີ່ບໍ່ແມ່ນທາງການທະຫານ ເຊັ່ນ: ໂບດ, ເຮືອນຊານ, ແລະ ພື້ນຖານໂຄງລ່າງສາທາລະນະ ຖືເປັນການທໍາການກະທໍາທີ່ບໍ່ຖືກຕ້ອງ ແລະ ບໍ່ແມ່ນການປ້ອງກັນຕົວ.

ອິນເດຍ ອ້າງວ່າການກະທຳຄັ້ງນີ້ແມ່ນການຕອບໂຕ້ທີ່ເຊື່ອມໂຍງກັບການໂຈມຕີທີ່ເກີດຂຶ້ນຢູ່ເມືອງປາຮານກັມໃນກັສເມຍທີ່ອິນເດຍຍຶດຄອງຢູ່. ຂະນະທີ່ປາກິດສະຖານໄດ້ຕອບໂຕ້ຢ່າງວ່ອງໄວ. ພາຍໃນເວລາບໍ່ພໍເທົ່າໃດຊົ່ວໂມງ, ເຮືອບິນສູ້ຮົບ ແລະ ໂດຣນຂອງອິນເດຍຖືກຍິງຕົກ. ສະຖານທີ່ທາງທະຫານຢູ່ໃກ້ເສັ້ນຄວບຄຸມໄດ້ຮັບຄວາມເສຍຫາຍ. ການຕອບໂຕ້ດ້ວຍກຳລັງເຫຼົ່ານີ້ ແມ່ນດຳເນີນການພາຍໃຕ້ມາດຕາ 51 ຂອງກົດບັດສະຫະປະຊາຊາດທີ່ເຮັດໜ້າທີ່ເປັນການຂັດຂວາງ ແລະ ການປະກາດວ່າ ປາກິດສະຖານບໍ່ຍອມຈໍານົນຕໍ່ການຮຸກຮານໂດຍບໍ່ມີເຫດຜົນ.

ຄ່າໃຊ້ຈ່າຍຈາກເຫດການໃນຄັ້ງນີ້ ໄດ້ສົ່ງຜົນກະທົບໄປຫຼາຍກວ່າການປະທະກັນ. ການຈະລາຈອນທາງອາກາດຖືກລົບກວນ, ການບິນພົນລະເມືອງຈາກປະເທດເຂດອ້ອມຂ້າງໄດ້ຮັບຄວາມສ່ຽງ ແລະ ເຮືອບິນທາງການຄ້າຂອງປາກິດສະຖານຖືກ ຕ້ອງຢຸດການບິນທາງພາກເໜືອ ເຮັດໃຫ້ຊີວິດຂອງປະຊາຊົນປາກິດສະຖານຕົກຢູ່ໃນຄວາມສ່ຽງ ແລະ ສົ່ງຜົນກະທົບຕໍ່ສະ ຖຽນລະພາບຂອງພາກພື້ນ ແລະ ມາດຕະຖານສາກົນ ອີກດ້ວຍ.

ເບື້ອງຫຼັງເຫດການນີ້ຄືຄວາມເປັນຫ່ວງທີ່ເລິກເຊິ່ງກວ່າ: ເລື່ອງເວລາ, ການເລືອກຕັ້ງຂອງອິນເດຍທີ່ກຳລັງຈະເກີດຂຶ້ນໃນໄວໆ ນີ້, ເຊິ່ງບໍ່ມີໃຜສາມາດກ້າປະຕິເສດຄວາມອາດເປັນໄປໄດ້ທີ່ວ່າຄວາມຂັດແຍ້ງຄັ້ງນີ້ຖືກອອກແບບມາເພື່ອຈຸດປະສົງທາງການເມືອງ ຫຼື ບໍ່.   ສິ່ງທີ່ໜ້າເປັນຫ່ວງຍິ່ງກວ່ານັ້ນແມ່ນການໂຈມຕີຕໍ່ໂຄງການພະລັງງານນ້ຳ Neelum–Jhelum ແລະ ການຈໍາກັດການໄຫຼຂອງນໍ້າແມ່ນໍ້າສິນທຸໄປປາກິດສະຖານ  ເຊິ່ງຖືເປັນການລະເມີດສົນທິສັນຍາກ່ຽວກັບແມ່ນ້ຳສິນທຸປີ 1960 ແລະ ການໃຊ້ນໍ້າເປັນອາວຸດນີ້ຖືເປັນ “ສົງຄາມສິ່ງແວດລ້ອມ”.

ປາກິດສະຖານ ຕ້ອງການສັນຕິສຸກ, ແຕ່ຈະບໍ່ຍອມຮັບສັນຕິພາບທີ່ຖືກບັງຄັບຈາກປະເທດອື່ນ ແລະ ຮຽກຮ້ອງໃຫ້ມີການສືບສວນສາກົນທີ່ເປັນອິດສະຫຼະ, ແບ່ງປັນຮູບພາບດາວທຽມ ແລະ ສົ່ງເອກະສານຢ່າງເປັນທາງການໃຫ້ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ. ທາງເລືອກຕໍ່ໄປບໍ່ຄວນຖືກກຳນົດໂດຍກຳລັງທະຫານ, ແຕ່ຕ້ອງແມ່ນກົດໝາຍ ແລະ ຈັນຍາບັນທີ່ລະອຽດຈະແຈ້ງ.

ຄວາມຂັດແຍ້ງທີ່ເກີດຂຶ້ນໄດ້ປ່ຽນແປງການແຂ່ງຂັນໃນລະດັບພາກພື້ນກາຍເປັນວິກິດການລະດັບໂລກ. ນີ້ບໍ່ແມ່ນບັນ ຫາຂອງສອງຝ່າຍອີກຕໍ່ໄປ ແຕ່ເປັນການທົດສອບຄວາມໝັ້ນຄົງຂອງສາກົນ.  ໂລກຕ້ອງຕັດສິນໃຈວ່າ ຈະໃຫ້ຄວາມຮຸນແຮງໄດ້ຮັບຜົນປະໂຫຍດຈາກຄວາມເປັນກາງ?  ຫຼື ຈະຢືນຢູ່ຝ່າຍກົດໝາຍ, ອຳນາດອະທິປະໄຕ ແລະ ຄວາມສັກສິດຂອງຊີວິດປະຊາ ຊົນ?  ຄຳຕອບ, ຈະຊັກຊ້າ ຫຼື ໄວ, ຈະກຳນົດຫຼາຍກວ່າອະນາຄົດຂອງອາຊີໃຕ້ ເທົ່ານັ້ນ.

ຄວາມຂັດແຍ້ງລະຫວ່າງອິນເດຍ ແລະ ປາກິດສະຖານ ເຮັດໃຫ້ບັນດາປະເທດໂລກ ຫລື ປະຊາຄົມໂລກ ຕ່າງສະແດງຄວາມເປັນຫ່ວງ ແລະ ຮຽກຮ້ອງໃຫ້ສອງຝ່າຍແກ້ໄຂບັນຫາຢ່າງສັນຕິ. ໃນນີ້ ສໍາລັບຈີນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້ຕອບຄໍາຖາມນັກຂ່າວໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຈີນ​ ເປັນ​ຫ່ວງ​ຕໍ່​ສະ​ຖາ​ນະ​ການ​ທີ່​ເກີດ​ຂຶ້ນໃນ​ປັດ​ຈຸ​ບັນ​ນີ້. ອິນ​ເດຍ ແລະ ປາ​ກິດ​ສະ​ຖານ ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ບໍ່​ສາ​ມາດແຍກ​​ອອກ​ໄປໄດ້, ລ້ວນ​ແຕ່​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ຈີນ. ຈີນ ​ຄັດ​ຄ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ. ທັງຮຽກ​ຮ້ອງ​ໃຫ້​ອິນ​ເດຍ ແລະ ປາ​ກິດ​ສະ​ຖານ ຖື​ເອົາ​​ສະ​ຖາ​ນະ​ການ​ໂດຍ​ລວມ​ແຫ່ງ​ສັ​ນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ເປັນ​ສິ່ງ​ສຳ​ຄັນ, ຮັກ​ສາ​ຄວາມ​ໃຈ​ເຢັນ ແລະ ຄວາມ​ອົດ​ກັ້ນ, ທັງຫຼີກ​ລ່ຽງ​ການ​ກະ​ທຳ​ທີ່​​ຈະ​ເຮັ​ດ​ໃຫ້​ສະ​ຖາ​ນະ​ການ​ສັບ​ສົນ​ຂຶ້ນ​ຕື່ມ​ອີກ.