ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນັກງານ ແລະ ນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ເມືອງຫົງສາ ຮ່ວມບໍລິຈາກເລືອດ ໃຫ້ອົງການກາແດງແຂວງໄຊຍະບູລີ.

May 10, 2025

ໃນລະຫວ່າງວັນທີ 7-9 ພຶດສະພາ 2025 ນີ້, ພະນັກງານ ແລະ ນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ຂອງ ເມືອງຫົງສາ ມີ 3 ແຫ່ງຄື: ໂຮງຮຽນ ມສ ຫົງສາ, ມສ ນາປຸ່ງ ແລະ ມສ ບ້ານເມືອງຫານ, ໄດ້ຮ່ວມບໍລິຈາກເລືອດແບບສະໜັກໃຈ ໂດຍບໍ່ຮຽກຮ້ອງຄ່າຕອບແທນໃຫ້ກັບອົງການກາແດງລາວ ປະຈຳແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫົງສາ, ມີທ່ານ ປອ.ດຣ ບູນບູລີ ຖານະວັນ ວ່າການຫົວໜ້າອົງການກາແດງແຂວງ ໄຊຍະບູລີ, ມີພຣະອາຈານ ສົມພອນ ຄຳຈະເລີນ ຮອງເຈົ້າຄະນະແຂວງ ເຈົ້າຄະນະເມືອງຫົງສາ, ມີຫົວຫນ້າຫ້ອງການ ພ້ອມດ້ວຍພະນັກງານຂອງເມືອງ, ທີມງານຂອງແຂວງ, ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຈຸດປະສົງໃນການລົງມາເຜີຍແຜ່ເຊື່ອມຊືມໂຄສະນາຄວາມຮູ້ພຶ້ນຖານກ່ຽວກັບເລືອດ ແລະ ການປຸກລະດົມບໍລິຈາກເລືອດແບບສະໝັກໃຈໂດຍບໍ່ຮຽກຮ້ອງຄ່າຕອບແທນໃນຄັ້ງນີ້, ກໍເພື່ອເປັນການປຸກຈິດສໍານຶກໃຫ້ທຸກຊັ້ນຄົນໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງເລືອດ ແລະ ເປັນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນ, ເພື່ອເປັນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ໂດຍສະເພາະແມ່ນຊ່ວຍເຫລືອຄົນເຈັບທີ່ຕ້ອງການໃສ່ເລືອດຢູ່ໂຮງໝໍຂອງແຂວງ, ຂອງເມືອງ ໃນການກອບກູ້ເອົາຊີວິດ ແລະ ເຮັດໃຫ້ສາມາດກັບຄືນມາດໍາລົງຊີວິດຮ່ວມກັນໃນສັງຄົມໄດ້ຢ່າງເປັນປົກກະຕິ.
ພາບ-ຂ່າວ : ຖວທ ຫົງສາ.