ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ສືບຕໍ່ຮ່ວມມືກັບມູນນິທິ GX ຂອງຮົງກົງ ສປ ຈີນ ໃນວຽກງານດ້ານສາທາລະນະສຸກ

May 10, 2025

ໃນວັນທີ 10 ພຶດສະພາ 2025, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ແລະ ມູນລະນິທິ GX ຮົງກົງ ສປ ຈີນ ໄດ້ຮ່ວມກັນລົງນາມບົດບັນທຶກສືບຕໍ່ການຮ່ວມມືວ່າດ້ວຍ “ ການສະກັດກັ້ນ-ຕ້ານພະຍາດໄຂ້ເລືອດອອກ ແລະ ພະຍາດທີ່ເກີດຈາກແມງໄມ້ເປັນພາຫະນະນຳເຊື້ອຕາມແລວທາງລົດໄຟລາວ-ຈີນ ”, ໂດຍການເຂົ້າຮ່ວມຂອງ ທ່ານ Leung Chun-ying ຮອງປະທານສະພາທີ່ປຶກສາການເມືອງແຫ່ງ ສປ ຈີນ ທັງເປັນປະທານມູນນິທິ GX FOUNDATION ຮົງກົງ, ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ຫຼິວຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ພ້ອມດ້ວຍຄະນະການນຳຂອງທັງສອງຝ່າຍ.
ພິທີລົງນາມໃນຄັ້ງນີ້ແມ່ນການສືບຕໍ່ການຮ່ວມມື ລະຫວ່າງ ບໍລິສັດ ທາງລົດໄຟລາວ-ຈີນ ແລະ ມູນນິທິ GX ຮົງກົງ, ຜ່ານມາສອງຝ່າຍໄດ້ລົງເລິກການຮ່ວມມືໃນວຽກງານດ້ານສາທາລະນະສຸກ ໂດຍສະເພາະແມ່ນດ້ານການສະກັດກັ້ນ-ຕ້ານພະຍາດໄຂ້ເລືອດອອກຕາມແລວທາງລົດໄຟລາວ-ຈີນ ໂດຍໄດ້ມີການຕິດຕັ້ງໂຄມໄຟກຳຈັດຍຸງ ຢູ່ສະຖານີຕ່າງໆຕາມແລວທາງລົດໄຟລາວ-ຈີນເປັນຈຳນວນ 360 ໜ່ວຍ ແລະ ໃນປີຜ່ານມາ ຫຼັງຈາກເກີດໄພພິບັດນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ, ທາງລົດໄຟລາວ-ຈີນ ໄດ້ສົມທົບກັບມູນນິທິ GX ລົງພື້ນທີ່ນໍ້າຖ້ວມ ເພື່ອສໍາຫຼວດເກັບຂໍ້ມູນ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນການລະບາດຂອງພະຍາດໄຂ້ເລືອດອອກ ພ້ອມມອບຊຸດກວດໄຂ້ເລືອດອອກ, ຢາປິ່ນປົວພະຍາດໄຂ້ເລືອດອອກ ແລະ ໂຄມໄຟກຳຈັດຍຸງ ໃຫ້ແກ່ປະຊາຊົນໃນເຂດໄພພິບັດນໍ້າຖ້ວມ.
ນອກຈາກໂຄງການການສະກັດກັ້ນ-ຕ້ານພະຍາດໄຂ້ເລືອດອອກ ແລະ ພະຍາດທີ່ເກີດຈາກແມງໄມ້ເປັນພາຫະນະນຳເຊື້ອແລ້ວ ທາງລົດໄຟລາວ-ຈີນ ແລະ ມູນນິທິ GX ຍັງໄດ້ຮ່ວມມືກັນໃນໂຄງການ “ ລົບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ ” ເຊິ່ງເປັນໂຄງການການກຸສົນຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ, ໂດຍໄດ້ເຜີຍແຜ່ຂໍ້ມູນໂຄງການຢູ່ຕາມແລວທາງລົດໄຟຢ່າງຕັ້ງຫນ້າ ບໍ່ວ່າຈະເປັນການຂຶ້ນປ້າຍໂຄສະນາໃຫຍ່ຢູ່ດ້ານຫນ້າ ແລະ ດ້ານໃນສະຖານີຕ່າງໆ, ເພື່ອໃຫ້ຜູ້ໂດຍສານ ແລະ ພໍ່ແມ່ປະຊາຊົນຮັບຮູ້ຂໍ້ມູນ ແລະ ສາມາດເຂົ້າເຖິງໂຄງການດັ່ງກ່າວໄດ້ຢ່າງສະດວກສະບາຍ. ໂຄງການດັ່ງກ່າວແມ່ນໄດ້ຈົບລົງໃນວັນທີ 9 ພຶດສະພາ 2025 ທີ່ຜ່ານມານີ້ ເຊິ່ງຕະຫຼອດໄລຍະດໍາເນີນໂຄງການ ສາມາດຜ່າຕັດຄົນເຈັບພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າໄດ້ທັງໝົດແລ້ວ 5,800 ກວ່າຄົນ ໃນທົ່ວປະເທດລາວ.
ໃນອະນາຄົດ ທາງລົດໄຟລາວ-ຈີນ ແລະ ມູນນິທິ GX ຈະສືບຕໍ່ຈັດຕັ້ງປະກອບສ່ວນເຂົ້າໃນວຽກງານດ້ານສາທາລະນະສຸກ, ຮ່ວມກັນສ້າງສາທາລະນະປະໂຫຍດໃຫ້ແກ່ປະຊາຊົນລາວ, ສືບຕໍ່ເຜີຍແຜ່ຂໍ້ມູນຄວາມຮູ້ດ້ານການປ້ອງກັນພະຍາດໄຂ້ເລືອດອອກ ແລະ ພະຍາດທີ່ເກີດຈາກແມງໄມ້ເປັນພາຫະນະນຳເຊື້ອໃຫ້ພໍ່ແມ່ປະຊາຊົນລຽບຕາມແລວທາງລົດໄຟ ເພື່ອຫຼຸດຜ່ອນອັດຕາການຕິດພະຍາດໄຂ້ເລືອດອອກ ແລະ ສ້າງທາງລົດໄຟລາວ-ຈີນ ອັນເປັນບ່ອນທີ່ມີກະແສຜູ້ຄົນໄປມາຫຼາຍ ໃຫ້ປາສະຈາກພະຍາດຕິດຕໍ່ທີ່ເປັນອັນຕະລາຍຕໍ່ມະຫາຊົນ.
ທີ່ມາ: LCR