ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຫົງສາ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ມອບເງິນນະໂຍບາຍສຳລັບສະມາຊິກພັກ- ພະນັກງານບຳນານຜູ້ທີ່ໄດ້ຮັບຫລຽນ.

May 10, 2025

ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ສືບຕໍ່ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ມອບເງິນນະໂຍບາຍສຳລັບສະມາຊິກພັກ- ພະນັກງານບຳນານຜູ້ທີ່ໄດ້ຮັບຫລຽນ, ໂດຍສະເພາະຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໃຫ້ກຽດປະດັບຫຼຽນ ແລະ ມອບນະໂຍບາຍໃນຄັ້ງນີ້ ໂດຍສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ, ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ-ອົງການ, ກົມກອງອ້ອມຂ້າງເມືອງ, ພະນັກງານອາວຸໂສບຳນານ ແລະ ເລຂາຫນວ່ຍພັກບ້ານເທດສະບານເມືອງເຂົ້າຮ່ວມ.
ສະຫາຍ ນາງ ແສງຫລ້າ ມະຫາວົງສະນັ່ນ ກຳມະການປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 14 ມີນາ 2025 ຊຶ່ງໄດ້ຕົກລົງປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກແຂວງໄຊຍະບູລີ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ປະກອບມີທັງໝົດ 865 ສະຫາຍ. ໃນນີ້, ເມືອງຫົງສາ ມີ 151 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ໄດ້ກ່າວບົດສະດຸດີ ໃນພິທີຄັ້ງນີ້ ເຊິ່ງເປັນການສະແດງ ໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊື້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫ່ຍຫຼວງ ຂອງບັນດາສະຫາຍ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ ທີ່ມີຕໍ່ບັນດາສະຫາຍ. ຜົນງານຄຸນງາມຄວາມດີ ແລະ ວິລະກຳຂອງບັນດາສະຫາຍ ຍັງເບັ່ງບານຫອມຫວນຮຸ່ງໃສ ດວງໃຈ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າຂອງເມືອງຫົງສາ ແລະ ຖືກຈາລຶກໄວ້ໃນປະຫວັດຂອງແຂວງ ແລະ ໜ້າປະຫວັດສາດຄຳ ແລະ ຂອງພັກປະຊາຊົນປະຕິວັດລາວ ແລະ ປະຫວັດສາດຂອງຊາດລາວຕະຫລອດໄປ.
ຂ່າວ-ພາບ: ຖວທ ເມືອງຫົງສາ