ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາເຊົ່າດິນຂອງລັດ ໂຄງການສາງຄ່ຽນຖ່າຍສິນຄ້າ (ລະບົບສາງພາສີ) ຢູ່ເຂດສົ້ນຂົວແຫ່ງທີ 5

May 10, 2025

ວັນທີ 9 ພຶດສະພາ 2025 ຢູ່ຫ້ອງປະຊຸມພະແນກການເງິນແຂວງ ໄດ້ມີພິທີເຊັນສັນຍາເຊົ່າດິນຂອງລັດ ໂຄງການສາງຄ່ຽນຖ່າຍສິນຄ້າ (ລະບົບສາງພາສີ) ຢູ່ເຂດສົ້ນຂົວແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຂຶ້ນ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນລ້ຽງ ດວງສະເພົາທອງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ມີບັນດາຮອງຫົວໜ້າພະແນກການເງິນແຂວງ, ປະທານ ແລະ ຮອງປະທານສະພາບໍລິຫານ ແລະ ອຳນວຍການໃຫຍ່ ບໍລິສັດບໍລິຄໍາໄຊ ໂລຈິສຕິກ ເທີມິນອລ ຈໍາກັດ ແລະ ພະນັກງານທັງສອງພາກສ່ວນເຂົ້າຮ່ວມ.
ອີງຕາມກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ເລກທີ 18/ສພຊ, ລົງວັນທີ 07 ກໍລະກົດ 2022; ອີງຕາມ ຂໍ້ຕົກລົງຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ສະບັບເລກ 23/ຂຄລທ.ຂ, ລົງວັນທີ 8 ກໍລະກົດ 2024 ວ່າດ້ວຍການອະນຸຍາດໃຫ້ບໍລິສັດ ບໍລິຄໍາໄຊ ໂລຈິສຕິກ ເທີມິນອລ ຈຳກັດ ສໍາປະທານດິນ ຈໍານວນ 383,311 ຕາແມັດ ເພື່ອລົງທຶນກໍ່ສ້າງສາງຄ່ຽນຖ່າຍສິນຄ້າ (ສາງພາສີ) ຢູ່ເຂດສົ້ນຂົວມິດຕະພາບແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄໍາໄຊ; ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0059/ກງ, ລົງວັນທີ 10 ມັງກອນ 2025 ວ່າດ້ວຍການອະນຸຍາດເຊົ່າທີ່ດິນຂອງລັດ ໃຫ້ແກ່ບໍລິສັດ ບໍລິຄຳໄຊ ໂລຈິສຕົກ ເທີມີນອລ ຈຳກັດ; ອີງຕາມ ສັນຍາສໍາປະທານພັດທະນາໂຄງການສາງຄ່ຽນຖ່າຍສິນຄ້າ (ລະບົບສາງພາສີ) ຢູ່ເຂດ ສົ້ນຂົວແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄໍາໄຊ ລະຫວ່າງ ພະແນກແຜນການ ແລະ ການລົງທຶນແຂວງ ແລະ ບໍລິສັດ ບໍລິຄໍາໄຊ ໂລຈິສຕິກ ເທີມິນອລ ຈຳກັດ, ລົງວັນທີ 03 ກຸມພາ 2025. ໄດ້ລົງນາມເຊັນບົດບັນທຶກສັນຍາເຊົ່າທີ່ດິນຂອງລັດລະຫວ່າງຂະແໜງຄຸ້ມຄອງຊັບສິນຂອງລັດ ພະແນກການເງິນແຂວງ ແລະ ບໍລິສັດ ບໍລິຄໍາໄຊ ໂລຈິສຕິກ ເທີມິນອລ ຈໍາກັດ ຕາງໜ້າຂະແໜງຄຸ້ມຄອງຊັບສິນຂອງລັດລົງນາມໂດຍທ່ານ ກົງຊະນິດ ດາວສີສະຫວັນ ຮອງຫົວໜ້າຂະແໜງຄຸ້ມຄອງຊັບສິນຂອງລັດ ພະແນກການເງິນແຂວງ ແລະ ຕາງໜ້າບໍລິສັດ ລົງນາມໂດຍທ່ານ ວຽງຄອນ ສິດທິໄຊ ອຳນວຍການໃຫຍ່ ບໍລິສັດ ບໍລິຄໍາໄຊ ໂລຈິສຕິກ ເທີມິນອລ ຈໍາກັດໂດຍຊ້ອງໜ້າບັນດາຫົວໜ້າ, ຮອງຫົວໜ້າພະແນກການເງິນແຂວງ ແລະ ປະທານ, ຮອງປະທານສະພາບໍລິຫານ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ-ພາບ: ວຽງສະຫວັນ
May be an image of 11 people and text