ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືກ່ຽວກັບການເກັບກໍາຂໍ້ມູນຂ່າວສານພູມສາດ ສໍາລັບການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ຢູ່ເມືອງຫົງສາ.

May 11, 2025

ໃນຕອນບ່າຍຂອງວັນທີ 9 ພຶດສະພາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຫົງສາ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການເກັບກໍາຂໍ້ມູນຂ່າວສານພູມສາດ (GIS) ສໍາຫຼັບການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຮ່ວມຂອງທ່ານ ອ່ອນຈັນ ບຸນຍາວົງ ຮອງເຈົ້າເມືອງຫົງສາ, ທ່ານ ສອນສະຫວັນ ຈັນທະວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີຄະນະຊີ້ນໍາຂັ້ນແຂວງ, ຂັ້ນເມືອງ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ທ່ານ ໄຊ ເພັງສະຫວັດ ຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ໄດ້ລາຍງານຄວາມຄືບໜ້າການຂຶ້ນບັນຊີໂຄງສ້າງ/ອາຄານ ແລະຈຸດທີ່ຕັ້ງພູມສາດ GIS ທີ່ເມືອງຫົງສາ, ເມືອງຫົງສາປະກອບມີ 32 ບ້ານ, ມີ 529 ໜ່ວຍຄຸ້ມຄອງພົນລະເມືອງ, 6,437 ຄອບຄົວ ມີພົນລະເມືອງທັງໝົດ 31,929 ຄົນ ຍິງ 15,717ຄົນ. ໃນການລົງເກັບກຳຂໍ້ມູນຂ່າວສານພູມສາດ ສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ເມືອງຫົງສາ ແມ່ນຖືກແບ່ງເປັນ 38 ເຂດ ກວມເອົາ 13 ບ້ານເທດສະບານ, ນັກເດີນສຳຫຼວດແມ່ນໄດ້ເລີ່ມໄລຍະທີ 1, ເຊິ່ງໄດ້ລົງເກັບກຳນັບແຕ່ວັນທີ 28 ເມສາ 2025 ເປັນຕົ້ນມາເຊິ່ງສາມາດເກັບກໍາໄດ້ແລ້ວທັງໝົດ 17 ເຂດ ກວມເອົາ 44,7% ຂອງຈຳນວນເຂດທັງໝົດ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນເພື່ອເຮັດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ, ການສຳຫຼວດພົນລະເມືອງຄັ້ງທີ V ນີ້ ແມ່ນມີຄວາມແຕກຕ່າງກັນກັບແຕ່ລະຄັ້ງໃນໄລຍະຜ່ານມາ ໂດຍສະເພາະຄັ້ງນີ້ແມ່ນໄດ້ນຳໃຊ້ເຄື່ອງມືເອເລັກໂຕນິກທີ່ທັນສະໄໝເຂົ້າໃນລະບົບ, ເຊິ່ງຈະໄດ້ຈັດຂຶ້ນເປັນ 3 ໄລຍະຄື: ໄລຍະທີ 1 ແມ່ນການສຳຫຼວດເກັບກຳຂໍ້ມູນທີ່ຢູ່ອາໄສເຊັ່ນບັນດາອາຄານ, ທີ່ຕັ້ງຂອງຄົວເຮືອນ ເຊິ່ງໃຊ້ເວລາເດີນສຳຫຼວດແມ່ນ 40 ວັນ ເລີ່ມແຕ່ ວັນທີ 9 ເມສາ – 30 ພຶດສະພາ 2025, ໄລຍະທີ 2 ບັ້ນສຳຫຼວດໃຫຍ່ທີ່ເຮັດພ້ອມກັນໃນທົ່ວປະເທດ ເພື່ອເກັບກຳຂໍ້ມູນພົນລະເມືອງໃນຄົວເຮືອນ ເຊິ່ງຈະໃຊ້ເວລາ 21 ວັນ ໃນຊ່ວງເດືອນຕຸລາ – ເດືອນພະຈິກ, ໄລຍະທີ 3 ແມ່ນໄລຍະການປະເມີນຄຸນນະພາບຂອງຂໍ້ມູນ ໂດຍຈະໃຊ້ເວລາ 14 ວັນ, ສໍາລັບການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນເພື່ອເປັນການເກັບກໍາຂໍ້ມູນ ພົນລະເມືອງ ແລະ ທີ່ຢູ່ອາໄສ ເພື່ອສ້າງເປັນລະບົບຂໍ້ມູນຂ່າວສານສະແດງການປ່ຽນແປງດ້ານປະຊາກອນ ໂດຍນໍາໃຊ້ເຄື່ອງມືເອເລັກໂຕຣນິກ ເຂົ້າໃນການເກັບກຳຂໍ້ມູນດັ່ງກ່າວ ທັງປັບປຸງແຜນທີ່ຈຸດທີ່ຕັ້ງບ້ານ, ຈຸດທີ່ຕັ້ງໂຄງສ້າງອາຄານ, ຄົວເຮືອນ ແລະ ພື້ນຖານໂຄງລ່າງຕ່າງໆ, ເຊິ່ງໄດ້ໃຊ້ລະບົບແຜນທີ່ພາບຖ່າຍດາວທຽມເກັບກຳໂດຍຜ່ານລະບົບ GIS, ເຊິ່ງການສຳຫລວດ, ເຊິ່ງຂໍ້ມູນດັ່ງກ່າວຈະກາຍເປັນແຫຼ່ງຂໍ້ມູນຂ່າວສານທີ່ສຳຄັນເພື່ອນຳໄປໃຊ້ໃນວຽກງານຕ່າງໆ., ຫຼັງຈາກນັ້ນກໍ່ໄດ້ຮັບຟັງການມີຄຳເຫັນຈາກທ່ານ ສອນສະຫວັນ ຈັນທະວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ອ່ອນຈັນ ບຸນຍາວົງ ຮອງເຈົ້າເມືອງຫົງສາ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ໃນໂອກາດນີ້ ທີມງານລົງສໍາຫຼວດຂອງແຂວງ, ຂອງເມືອງຍັງໄດ້ລົງເບິ່ງການປະຕິບັດຕົວຈິງຂອງນັກເດີນສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນການຂື້ນບັນຊີໂຄງສ້າງ, ອາຄານ ແລະ ຈຸດທີ່ຕັ້ງພູມສາດ (GIS) ຢູ່ທີ່ບ້ານໂພນໄຊນຕື່ມອີກ.
ພາບ-ຂ່າວ: ຖວທ ຫົງສາ