ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ສຶກສາຄວາມເປັນໄປໄດ້ໂຄງການພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ ແລະ ຊັບສິນດີຈິຕອນ ລະຫວ່າງ ກົມເຕັກໂນໂລຊີດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ບໍລິສັດລາວເນເຊັນນໍດີຈິຕອນ ເທັກໂນໂລຢີ ກຣຸບຈຳກັດ ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ໂດຍການລົງນາມລະຫວ່າງ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ຮັກສາການຫົວໜ້າກົມເຕັກໂນໂລຊີດີຈິຕອນ ກັບ ທ່ານ ເມກສະຫວ່າງ ພົມມາລີ ປະທານ ບໍລິສັດ ລາວເນເຊັນນໍ ດິຈິຕອນ ເທັກໂນໂລຢີ ກຣຸບ ຈຳກັດ ໂດຍມີ ທ່ານ ນາງ ວູໂປ ຜູ້ອຳນວຍການບໍລິສັດດັ່ງກ່າວ ແລະ ທ່ານ ນາງ ໄພພອນ ບຸດທະວົງ ຮອງຫົວໜ້າກົມແຜນການ-ການເງິນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊັນເປັນພິຍານ, ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ການເຊັນບົດບັນທຶກການຮ່ວມມືໃນຄັ້ງນີ້, ທັງສອງຝ່າຍຈະໄດ້ພ້ອມກັນ ສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ ເພື່ອຮອງຮັບການຫັນເປັນດີຈິຕອນຂອງຂະແໜງ ການ ທີ່ມີທ່າແຮງເໝາະສົມໃນການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການຫັນເປັນດີຈິຕອນ ດ້ວຍການນໍາໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ຂອງ ສປປ ລາວ ເປັນຕົ້ນ ການພັດທະນາ ລະບົບຢັ້ງຢືນຕົວຕົນດີຈິຕອນ ແລະ ຊັບສິນດີຈິຕອນ, ສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງ ສູນຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ເພື່ອຊຸກຍູ້ສົ່ງເສີມການຄົ້ນຄວ້າ ແລະ ການພັດທະນາ ທາງດ້ານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ພ້ອມທັງສົ່ງເສີມການສ້າງຄວາມເຂັ້ມແຂງ ແລະ ການພັດທະນາຊັບພະຍາກອນມະນຸດໃນຂົງເຂດເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ທັງຈະຮ່ວມກັນດຳເນີນການຄົ້ນຄວ້າສ້າງຮາງນິຕິກຳ, ແຜນຍຸດທະສາດ ແລະ ນະໂຍ ບາຍ ທີ່ກ່ຽວຂ້ອງກັບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ການຄຸ້ມຄອງຊັບສິນດີຈິຕອນ ແລະ ຮ່ວມມືໃນຂອຍເຂດອື່ນໆອີກທີ່ມີຄວາມຈໍາເປັນ.
ການຮ່ວມມືໃນຄັ້ງນີ້້, ຍັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດການພັດທະນາເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 20 ປີ, ຍຸດທະສາດການພັດທະນາເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 10 ປີ ແລະ ແຜນພັດທະນາເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 5 ປີ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ທັງເປັນການສ້າງແຫລ່ງລາຍຮັບໃໝ່ທີ່ເປັນເງິນຕາໃຫ້ແກ່ລັດຖະບານ ແລະ ສ້າງບຸກຄະລາກອນໃຫ້ເປັນຊ່ຽວຊານດ້ານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ແລະ ຊັບສິນດີຈິຕອນ ໃນຍຸກປັດຈຸບັນ.




