ຍທຂ ອັດຕະປື ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈໍາປີ 2025

ໃນຕອນເຊົ້າຂອງວັນທີ 12 ພຶດສະພາຜ່ານມານີ້, ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປື ໄດ້ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈຳປີ 2025 ດ້ວຍການຍ່າງມາລາທອນເພື່ອສຸຂະພາບ ແລະ ເສວະນາວັນດັ່ງກ່າວ ເພື່ອຍົກລະດັບຄວາມຮັບຮູ້ ຄວາມສະມາດໃນການນໍາໃຊ້ຖະໜົນຢ່າງປອດໄພ ພ້ອມໄດ້ມີການຈັດກິດຈະກໍາຕ່າງໆ ອາທິບາຍໃຫ້ປະຊາຊົນມີສ່ວນຮ່ວມໃນການເປີດໂອກາດໃຫ້ພົນລະເມືອງໄດ້ຮັບຮູ້ກ່ຽວກັບມາດຕະການຄວາມປອດໄພໃນການສັນຈອນ ຕາມຄຳຂວັນ ຖະໜົນເພື່ອຊີວິດ, ຂັບລົດຊ້າ, ຊີວິດຍືນຍາວ. ເຂົ້າຮ່ວມງານສຳຄັນໃນຄັ້ງນີ້, ໂດຍມີ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງໆອັດຕະປື ພ້ອມດ້ວຍການນໍາຂັ້ນແຂວງ, ພະແນກການ, ອົງການທຽບເທົ່າ, ພະນັກງານ, ນັກຮຽນ ແລະ ນັກສຶກສາ ເຂົ້າຮ່ວມ.
ງານວັນສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນປີນີ້, ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້: ຖະໜົນເພື່ອຊີວິດ, ຂັບລົດຊ້າ, ຊີວິດຍືນຍາວ, ເປັນການຍົກໃຫ້ເຫັນຄວາມເສຍຫາຍຈາກອຸປະຕິເຫດທາງທ້ອງຖະໜົນ, ອົງການສະຫະປະຊາຊາດ ໄດ້ກຳນົດມາດຕະການປ້ອງກັນ ແລະ ແກ້ໄຂ ໂດຍມີ 5 ເສົາຄໍ້າຄື: ໂຄງລ່າງຄົມມະນາຄົມ-ຂົນສົ່ງປອດໄພ, ພາຫະນະປອດໄພ, ຄົນໃຊ້ລົດໃຊ້ທາງຫຼວງປອດໄພ, ການກອບກູ້ຊີວິດ ຫຼັງເກີດອຸບັດປະຕິເຫດ ແລະ ການຄຸ້ມຄອງຄວາມປອດໄພ ເພື່ອໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກ ໃຫ້ຜູ້ຂັບຂີ່ລົດໃຫຍ່, ລົດຖີບ, ລົດຈັກ ໃສ່ສາຍຫັດນິລະໄພ, ໃສ່ໝວກກັນກະທົບ ເວລາຂັບຂີ່ ແລະ ຕື່ນຕົວ ປະຕິບັດລະບຽບກົດໝາຍຈາລະຈອນຢ່າງເຂັ້ມງວດ.
ຂ່າວ: ໄພບູນ


