ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮງໝໍສາກົນຄໍາມ່ວນ ຈະເປີດໃຫ້ບໍລິການຮັບ ກາງເດືອນພຶດສະພານີ້

May 13, 2025

ໂຮງໝໍສາກົນຄໍາມ່ວນ ຈະເປີດໃຫ້ບໍລິການຮັບ ກາງເດືອນພຶດສະພານີ້
ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມຄວາມພ້ອມ ໃນດ້ານຕ່າງໆ ຂອງໂຮງໝໍສາກົນຄຳມ່ວນ ທີ່ຈະເປີດໃຊ້ບໍລິການໃນກາງເດືອນ ພຶດສະພາ 2025 ນີ້.
ທ່ານ ອາຖັງ ຈິງປິງ ຜູ້ລົງທຶນ ໄດ້ກ່າວວ່າ: ໂຮງໝໍສາກົນຄໍາມ່ວນ ຕັ້ງຢູ່ແຄມເສັ້ນທາງເລກທີ 13 ໃຕ້ ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ເປັນອາຄານ 5 ຊັ້ນ. ປັດຈຸບັນໂຮງໝໍດັ່ງກ່າວ ມີຄວາມພ້ອມແລ້ວທີ່ຈະເປີດບໍລິການຮັບໃຊ້ສັງຄົມ ໃນການປິ່ນປົວສຸຂະພາບ ເປັນຕົ້ນ ຄວາມພ້ອມດ້ານອາຄານສະຖານທີ່, ຄວາມພ້ອມດ້ານອຸປະກອນການແພດ ທີ່ທັນສະໄໝ ແລະ ຄວາມພ້ອມດ້ານບຸກຄະລາກອນ.
ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນຊີ້ນໍາໃນຫລາຍບັນຫາ ໃຫ້ຜູ້ປະກອບການເປັນຕົ້ນ ໃຫ້ສ້າງສິ່ງອໍານວຍຄວາມສະດວກຕ່າງໆ ພາຍໃນໂຮງໝໍ ເພື່ອຮອງຮັບໃຫ້ແກ່ຜູ້ມາໃຊ້ບໍລິການ ກໍຄືພີ່ນ້ອງຄົນເຈັບທີ່ມາປິ່ນປົວສຸຂະພາບ ບໍ່ວ່າຈະເປັນດ້ານນະໂຍບາຍ ແລະ ຄ່າບໍລິການຕ່າງໆ ໃຫ້ມີຄວາມເໝາະສົມຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊັ່ນ: ຜົນປະໂຫຍດຕໍ່ຜູ້ໃຫ້ບໍລິການ, ຜູ້ມາໃຊ້ບໍລິການ, ຜົນປະໂຫຍດລວມຂອງລັດ. ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ປັບປຸງຕື່ມ ກ່ຽວກັບລະບົບຄວາມປອດໄພພາຍໃນອາຄານ ລວມທັງດ້ານພື້ນຖານວັດຖຸເຕັກນິກ ຕະຫລອດຮອດຊ່ຽວຊານ, ວິຊາການປິ່ນປົວ ເພື່ອແນໃສ່ເຮັດໃຫ້ການບໍລິການມີປະສິດທິພາບ ແລະ ປະສິດທິຜົນທີ່ດີ ໃຫ້ສົມຄູ່ກັບເງື່ອນໄຂມາດຕະຖານຕາມທີ່ກະຊວງ ສາທາລະນະສຸກກໍານົດໄວ້.
ຂ່າວ: ມະນີວັນ