ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງອຸດົມໄຊ ເຄື່ອນໄຫວຢ້ຽມຢາມ ແຂວງກວາງຊີ ສປ ຈີນ

May 13, 2025

ເຈົ້າແຂວງອຸດົມໄຊ ເຄື່ອນໄຫວຢ້ຽມຢາມ ແຂວງກວາງຊີ ສປ ຈີນ
ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍຄະນະ ຢ້ຽມຢາມ ເມືອງຫລິງຢຸນ ແລະ ເມືອງເລີ້ເຢ້ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ເພື່ອສຶກສາປະສົບການ-ການຟື້ນຟູຊົນນະບົດຂອງບໍລິສັດ CGN ພາວເວີ້ກຣຸບ ໂດຍມີທ່ານ ຫວງຫລູເຊິ່ງ ເລຂາພັກນະຄອນປາຍເຊີ້, ທ່ານ ຫລີຈ້ຽນຮວາ ສະມາຊິກຄະນະປະຈໍາເທສະບານ, ຫົວໜ້າຮັບຜິດຊອບວຽກງານແນວໂຮມນະຄອນປາຍເຊີ້, ທ່ານ ຫວງຮຸ້ຍ ຮອງເຈົ້າຄອງນະຄອນ ແລະ ທ່ານ ຫລີອີ້ຫລຸນ ຮອງອໍານວຍການບໍລິສັດ CGN ພາວເວີ້ກຣຸບ ເຂົ້າຮ່ວມ.
ໃນການເຄື່ອນໄຫວຢ້ຽມຢາມ ສປ ຈີນ ໃນຄັ້ງນີ້, ຄະນະດັ່ງກ່າວ ໄດ້ໄປຢ້ຽມຢາມໂຄງການ ຟື້ນຟູຊົນນະບົດທີ່ສໍາຄັນຂອງ CGN ເຊັ່ນ: ຢ້ຽມຢາມທົ່ງດອກໄມ້ກັງຫັນລົມ, ຊົມເຮືອນລ້ຽງມ້ອນທີ່ທັນສະໄໝ, ໂຮງຮຽນນົກຍາງຂາວ ເພື່ອແລກປ່ຽນຄວາມເຫັນ ກ່ຽວກັບການເພີ່ມທະວີການຮ່ວມມື ຂັ້ນທ້ອງຖິ່ນ ລາວ-ຈີນ. ພ້ອມນີ້, ຄະນະຜູ້ແທນລາວ ຍັງໄດ້ເດີນທາງໄປສະຖານີໄຟຟ້າຢິງຮຸ່ຍ ຢູ່ເມືອງຫລິງຢຸນ ເພື່ອສຶກສາເຕັກໂນໂລຊີ ນະວັດຕະກໍາພະລັງງານໃໝ່ ຂອງ CGN ຕື່ມອີກ. ນອກນີ້, ຄະນະຍັງໄດ້ ໄປຢ້ຽມຢາມບ້ານຜິງຫວຍ ແລະ ເຈ່ຍຊີ ໃນກຸ່ມບ້ານເຊ້ຍເຈຍ ລວມທັງບ້ານຫລົງຫວຍ ໃນກຸ່ມບ້ານເຈ່ຍໂຢ່ ເພື່ອເບິ່ງການພັດທະນາຊົນນະບົດທີ່ສວຍງາມ ແລະ ນິຄົມຜ້າຫົ່ມໄໝຂະໜາດໃຫຍ່ ແລະ ໂຮງງານປຸງແຕ່ງຊາ ທີ່ໄດ້ຮັບການສະໜັບສະໜູນຈາກ CGN.
ຄະນະຜູ້ແທນລາວ ຍັງໄດ້ໄປຢ້ຽມຢາມ ໂຮງຮຽນມັດທະຍົມຕົ້ນ ຖົງເລີ້, ຟາມພະລັງງານລົມບ້ານສວນຕາ, ສວນໝາກກີວີ ບ້ານປານຫົງ ແລະ ບ້ານປານໜີ ກຸ່ມບ້ານຊິນຮວ້າ ເມືອງເລີ້ເຢ້ ເພື່ອສຶກສາການຊ່ວຍເຫລືອດ້ານການສຶກສາ “ຫ້ອງຮຽນນົກຍາງຂາວ” ຂອງ CGN, ໂຮງໄຟຟ້າພະລັງງານລົມແບບນິເວດ ແລະ ການທ່ອງທ່ຽວ, ສູນວາງສະແດງພະລັງງານລົມ “ທົ່ງດອກໄມ້ກັງຫັນລົມ” ແລະ ໂຄງການຊ່ວຍເຫລືອອຸດສາຫະກຳກີວີ.
ໃນໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງການພັດທະນາຢູ່ເມືອງຫລິງຢຸນ ແລະ ເມືອງເລີ້ເຢ້ ລວມເຖິງຜົນຂອງການຊ່ວຍເຫລືອຈາກ CGN ແລະ ເຫັນວ່າ ຮູບແບບດັ່ງກ່າວ ເປັນບົດຮຽນທີ່ ສປປ ລາວ ຄວນສຶກສາ ແລະ ນຳໄປປັບໃຊ້ ພ້ອມທັງສະແດງຄວາມຫວັງວ່າ ການສຶກສາໃນຄັ້ງນີ້, ຈະເປັນຈຸດເລີ່ມຕົ້ນໃຫ້ທັງສອງຝ່າຍ ໃນການພັດທະນາໂຄງການຮ່ວມມືດ້ານການກໍ່ສ້າງຊົນນະບົດ ແລະ ຄຸ້ມຄອງຊົນນະບົດ, ການພັດທະນາໂຄງການພະລັງງານໃໝ່ ແລະ ການປຸງແຕ່ງຜະລິດຕະພັນກະສິກໍາ ເພື່ອເພີ່ມທະວີການຮ່ວມມື ແລະ ບັນລຸຜົນປະໂຫຍດຮ່ວມກັນ ແລະ ໄດ້ເຊື້ອເຊີນບໍລິສັດຈີນ ມາລົງທຶນຢູ່ແຂວງອຸດົມໄຊ ເພື່ອແບ່ງປັນໂອກາດພັດທະນາ.
ທ່ານ ຫລີອີ້ຫລຸນ ກ່າວວ່າ: CGN ຈະໃຊ້ປະໂຫຍດຈາກເຕັກໂນໂລຊີ, ຊັບພະຍາກອນ ແລະ ປະສົບການຂອງຕົນເອງ ເພື່ອສະແຫວງຫາກາລະໂອກາດ ຮ່ວມມືກັບແຂວງອຸດົມໄຊ ໃນການພັດທະນາໂຄງການພະລັງງານສີຂຽວ ແລະ ໂຄງການຫລຸດຜ່ອນຄວາມທຸກຍາກ ດໍາເນີນການຢ່າງເປັນຮູບປະທໍາ ເພື່ອສະໜັບສະໜູນການພັດທະນາ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ເຮັດໃຫ້ມິດຕະພາບ ລາວ-ຈີນ ເປັ່ງປະກາຍໃໝ່ ໂດຍຜ່ານການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສົ່ງເສີມການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເລິກເຊິ່ງ ແລະ ເປັນຮູບປະທໍາ.
ໂອກາດດັ່ງກ່າວ, ທ່ານ ບຸນຄົງ ຫລ້າຈຽມພອນ ແລະ ທ່ານ ຫລີອີ້ຫລຸນ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືສາມຝ່າຍ ລະຫວ່າງ ແຂວງອຸດົມໄຊ ກັບ ບໍລິສັດ CGN ແລະ ກຸ່ມບໍລິສັດກວາງຊີການລົງທຶນ ພ້ອມທັງ ເຂົ້າຮ່ວມເປັນສັກຂີພະຍານ ໃນພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍຂອບການຮ່ວມມືລະຫວ່າງ CGN ລາວ ແລະ ບໍລິສັດກວາງໂຖຮົງກົງ ເຊິ່ງທັງສອງຝ່າຍຈະຮ່ວມມືພັດທະນາອຸດສາຫະກຳ ອາລູມິນຽມໄຟຟ້າ ແລະ ພັດທະນາໂຄງການ ພະລັງງານປະສົມປະສານ ທີ່ໝັ້ນຄົງ ໃນ ສປປ ລາວຕື່ມອີກ.