ຫາລືການຄຸ້ມຄອງ-ປົກປັກຮັກສາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ

ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນຈັດກອງປະຊຸມ ສະໄໝສາມັນ ຄັ້ງທີ XXI ຂອງຄະນະກໍາມະການ ບໍລິຫານອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເມື່ອບໍ່ດົນຜ່ານມານີ້,ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທັງເປັນປະທານ ຄະນະກໍາມະການບໍລິຫານ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ.
ໂອກາດດັ່ງກ່າວ, ທ່ານ ສີທັດ ພິມມະຈັນ ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໄດ້ໃຫ້ຮູ້ວ່າ: ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນມີເນື້ອທີ່ທັງໝົດ 427.770 ເຮັກຕາ, ກວມເອົາ 2 ແຂວງ ຄື: ຄໍາມ່ວນ ແລະ ບໍລິຄໍາໄຊ, ມີປ່າໄມ້ປົກຫຸ້ມ 86%, ປະກອບມີສັດປ່າ ທັງໝົດ 5 ປະເພດ. ໃນນີ້, ປະເພດລ້ຽງລູກ ດ້ວຍນໍ້ານົມ ມີ 92 ຊະນິດພັນ, ປະເພດສັດເລືອຄານ 29 ຊະນິດພັນ, ເຄິ່ງບົກເຄິ່ງນໍ້າ 25 ຊະນິດພັນ, ນົກ 403 ຊະນິດພັນ ແລະ ປາ 69 ຊະນິດພັນ. ໄພຂົ່ມຂູ່ສ່ວນໃຫຍ່ແມ່ນການຕັດໄມ້-ທໍາລາຍປ່າ, ລ່າສັດປ່າ-ສັດນໍ້າຜິດກົດໝາຍ, ເກັບເຄື່ອງປ່າຂອງດົງຜິດກົດໝາຍ, ການເຂົ້າປ່າສະຫງວນທີ່ຜິດລະບຽບກົດໝາຍ. ສຳລັບເປົ້າໝາຍໃນການຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ 2022-2026 ແມ່ນຫລຸດຜ່ອນໄພຂົມຂູ່ໃຫ້ໄດ້ 40%, ຍົກສູງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຮັກສາປ່າປົກຫຸ້ມ ໃຫ້ໄດ້ 86%.
ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງຈັດສັນງົບປະມານເຂົ້າໃສ່ວຽກປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ໃນ ແລະ ອ້ອມຮອບເຂດອຸທິຍານແຫ່ງຊາດເປັນສ່ວນ ໃຫຍ່; ມອບໃຫ້ກົມປ່າໄມ້ເປັນໃຈກາງ ສົມທົບກັບກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແລະ ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ໃຫ້ປະກົດຜົນເປັນຈິງ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອກະກຽມສະເໜີອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເຂົ້າໃນບັນຊີລໍຖ້າພິຈາລະນາເປັນ ມໍລະດົກໂລກເພື່ອສ້າງອຸທິຍານແຫ່ງຊາດດັ່ງກ່າວເປັນຕົວແບບໃນການຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນຢ່າງມີປະສິດທິພາບຕາມທິດສີຂຽວ ແລະ ພັດທະນາແບບຍືນຍົງ.
ຂໍ້ມູນຂ່າວ: ຂ່າວສານກະສິກຳ-ປ່າໄມ້




