ປຶກສາຫາລືແຜນປູກປ່າ ແລະ ສົ່ງເສີມການຜະລິດກະສິກໍາ – ປ່າໄມ້ແບບຍືນຍົງ ປະຈໍາປີ 2025

ວັນທີ 12 ພຶດສະພາ 2025, ພະແນກກະສິກໍາ ແລະ ປ່າໄມ້ 2 ແຂວງ ຄື: ແຂວງຈໍາປາສັກ ແລະ ແຂວງອັດຕະປື ຮ່ວມກັບ ໂຄງການຄຸ້ມຄອງ ແລະ ຟື້ນຟູປ່າໄມ້ແບບຍືນຍົງ ໄດ້ຈັດກອງປະຊຸມປຶກສາຫາລືແຜນກິດຈະກໍາປູກປ່າ, ລາຍງານຜົນເກັບກໍາຂໍ້ມູນ ທ່າແຮງຜະລິດຕະພັນເຄື່ອງປ່າຂອງດົງ ແລະ ການສົ່ງເສີມການຜະລິດກະສິກໍາ – ປ່າໄມ້ແບບຍືນຍົງ ປະຈໍາປີ 2025 ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນຸລັກສັດປ່າໂລກ ຫຼື World Wide Fund for Nature (WWF). ກອງປະຊຸມຈັດຂຶ້ນຢູ່ສູນໂພນງາມ ນະຄອນປາກເຊ ໂດຍການເຂົ້າຮ່ວມຂອງທ່ານ ຄໍາເຜີຍ ບຸດໂທ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈໍາປາສັກ. ມີການນໍາພະແນກກະສິກໍາ ແລະ ປ່າໄມ້ແຂວງອັດຕະປື, ຫົວໜ້າ – ຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ເຊປຽນ ແລະ ດົງຫົວສາວ, ຄະນະຫ້ອງການກະສິກໍາ ແລະ ປ່າໄມ້ 4 ເມືອງເປົ້າໝາຍ ຄື: ເມືອງສະໜາມໄຊ ແຂວງອັດຕະປື, ປາກຊ່ອງ, ເມືອງປະທຸມພອນ ແລະ ເມືອງໂຂງ ແຂວງຈໍາປາສັກ ພ້ອມດ້ວຍ ວິຊາການ ແລະ ທີມງານໂຄງການ ເຂົ້າຮ່ວມ.
ໂອກາດກ່າວເປີດກອງປະຊຸມ, ທ່ານ ຄໍາເຜີຍ ບຸດໂທ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈໍາປາສັກ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເພາະເປັນກອງປະຊຸມດ້ານວິຊາການ ເພື່ອນໍາໄປສູ່ຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດກິດຈະໂຄງການ ໃຫ້ເປັນໄປຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ວຽກງານການຄຸ້ມຄອງປົກປັກຮັກສາຊັບພະຍາກອນປ່າໄມ້ ແມ່ນວຽກງານໜື່ງທີ່ສຳຄັນ ແລະ ມີຄວາມຈຳເປັນເປັນຢ່າງຍິ່ງ ໂດຍສະເພາະແມ່ນການຄຸ້ມຄອງປົກປັກຮັກສາປ່າໄມ້, ທີ່ດີນປ່າໄມ້, ສັດນໍ້າ – ສັດປ່າ ແລະ ເຄື່ອງປ່າຂອງດົງ ກໍຄືຊີວະນາໆພັນຕ່າງໆ ໃນທຳມະຊາດ ເວົ້າລວມ, ເວົ້າສະເພາະແມ່ນໃນເຂດອຸທິຍານແຫ່ງຊາດ ດົງຫົວສາວ ແລະ ເຊປຽນ ເຊິ່ງເປັນພື້ນທີ່ໆມີຄວາມສໍາຄັນ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ. ໂຄງການຄຸ້ມຄອງ ແລະ ຟື້ນຟູປ່າໄມ້ແບບຍືນຍົງ ກໍແມ່ນໂຄງການໜື່ງທີ່ມີຈຸດປະສົງ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ, ຟື້ນຟູ ແລະ ຄຸ້ມຄອງນຳໃຊ້ ປ່າໄມ້ແບບຍືນຍົງ ແນໃສ່ເສີມຂະຫຍາຍຄວາມອຸດົມສົມບູນ ຂອງພູມມີທັດປ່າໄມ້ ພ້ອມທັງສົ່ງເສີມວຽກງານປັບປຸງຊີວິດການເປັນຢູ່ ຂອງຊຸມຊົນໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ເຊປຽນ ໃຫ້ສາມາດປັບຕົວ ເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ ຊຶ່ງສອດຄ່ອງກັບແນວທາງນະໂຍບາຍພັດທະນາເສດຖະກິດ – ສັງຄົມໄລຍະໃໝ່ຂອງພັກ ແລະ ລັດຖະບານ ໂດຍສະເພາະ ນະໂຍບາຍການພັດທະນາຕາມທິດສີຂຽວ ຍືນຍົງ.
ໃນກອງປະຊຸມ, ໄດ້ທົບທວນແຜນການຟື້ນຟູປ່າໂດຍລວມ ຂອງໂຄງການຄຸ້ມຄອງ ແລະ ຟື້ນຟູປ່າໄມ້ແບບຍືນຍົງ ແລະ ຜົນສໍາເລັດການຟື້ນຟູປ່າໃນປີທີ່ຜ່ານມາ; ນໍາສະເໜີ ຂໍ້ມູນພື້ນທີ່ ທີ່ເປັນທ່າແຮງໃນການຟື້ນຟູປ່າ ແລະ ການປູກປ່າ ສໍາລັບປີ 2025, ໃນນັ້ນ ການປູກປ່າເສີມ ໃຫ້ໄດ້ 100 ເຮັກຕາ, ສ່ວນເນື້ອທີ່ເຂດພື້ນຟູ່ປ່າ ທັງໝົດຮ່ວມກັບ 9 ບ້ານເປົ້າໝາຍຂອງໂຄງການ ໃຫ້ໄດ້ 4.441 ເຮັກຕາ ທັງໃນເຂດອຸທິຍານແຫ່ງຊາດ ເຊປຽນ ແລະ ດົງຫົວສາວ ໂດຍອີງຕາມແຜນຈັດສັນທີ່ດິນ ແລະ ນໍາສະເໜີແຜນລົງສໍາຫຼວດພື້ນທີ່ຕົວຈິງ ສໍາລັບວາງແຜນກິດຈະກຳປູກປ່າ ໃນເຂດດັ່ງກ່າວ; ນໍາສະເໜີ ຂໍ້ມູນພາບລວມ ແລະ ຄວາມພ້ອມດ້ານເບ້ຍໄມ້ ຈາກສວນກ້າຊຸມຊົນ, ສວນກ້າຂອງອຸທິຍານ ແລະ ສວນກ້າຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະໂຍບາຍສວນກ້າຊຸມຊົນ, ນະໂຍບາຍສວນກ້າອຸທິຍານ ແລະ ສວນກ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ; ນໍາສະເໜີແຜນການຈັດງານປູກໄມ້ປະຈໍາປີ 2025 ຂອງແຕ່ລະເມືອງ ແລະ ປຶກສາຫາລືແຜນປູກໄມ້ສໍາລັບບ້ານເປົ້າໝາຍໂຄງການ, ແຜນການຄຸ້ມຄອງເຂດຟື້ນຟູປ່າ; ນໍາສະເໜີຫຍໍ້ ຜົນການເກັບກຳຂໍ້ມູນທ່າແຮງດ້ານການສົ່ງເສີມການຜະລິດກະສິກຳປ່າໄມ້ແບບຍືນຍົງ ແລະ ທ່າແຮງດ້ານການສົ່ງເສີມຜະລິດຕະພັນເຄື່ອງປ່າຂອງດົງໃນບ້ານເປົ້າໝາຍ. ຈາກນັ້ນ ກໍເປີດກວ້າງການສົນທະນາແລກປ່ຽນຄໍາເຫັນຕໍ່ຜົນການເກັບກຳຂໍ້ມູນ.
ໃນກອງປະຊຸມ ຍັງໄດ້ນໍາສະເໜີ ແຜນການສະໜັບສະໜູນຄອບຄົວຕົວແບບການສົ່ງເສີມການຜະລິດກະສິກໍາປະສົມປະສານ ແລະ ແຜນການສົ່ງເສີມກິດຈະກຳຜະລິດຕະພັນເຄື່ອງປ່າຂອງດົງ ພ້ອມທັງເປີດກວ້າງການສົນທະນາ ແລກປ່ຽນຄໍາເຫັນ ຕໍ່ແຜນງານດັ່ງກ່າວ ເພື່ອປຶກສາຫາລື ວາງແຜນວຽກຟື້ນຟູປ່າ ແລະ ກິດຈະກຳປູກໄມ້ ປະຈຳປີ 2025 ໃນເຂດອຸທິຍານແຫ່ງຊາດ ເຊປຽນ ແລະ ດົງຫົວສາວ.
ພາບ:ເກດສະໜາ, ຂ່າວ: ທູນທອງໃຈ




